ອາ​ເມ​ລິ​ກາ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ

(VOVWORLD) -   ກ່າວຄຳເຫັນໃນການຖະແຫຼງຂ່າວຂອງວັນທີ 18 ມັງກອນ ຢູ່ ວໍຊິງຕັນ, ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ຈະສືບຕໍ່ຮັກສາຄຳໝັ້ນສັນຍາກ່ຽວກັບການປອດນິວເຄຼຍຢູ່ແຫຼມເກົາຫຼີ.
ອາ​ເມ​ລິ​ກາ​ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ເຈ​ລະ​ຈາ​ກັບ ສ​ປ​ປ.ເກົາຫຼີ - ảnh 1ທ່ານ Ned Price ໂຄສົກກະຊວງການຕ່າງປະເທດ ອາເມລິກາ  (ພາບ: AFP)

ໄປຄຽງຄູ່ກັນນັ້ນ, ທ່ານ Ned Price ກໍຢັ້ງຢືນຄືນຄຳໝັ້ນສັນຍາຂອງ ວໍຊິງຕັນ ກ່ຽວກັບການຊຸກຍູ້ການເຈລະຈາກັບ ສປປ.ເກົາຫຼີ. ຕາມທ່ານໂຄສົກກະຊວງການຕ່າງປະເທດ ອາເມລິກາ ແລ້ວ, ສປປ.ເກົາຫຼີ ໄດ້ສະແດງກຳລັງຄວາມສາມາດຂອງປະເທດນີ້ ເມື່ອປະກາດໂຄງການພັດທະນາອາວຸດນິວເຄຼຍ ແລະ ລູກສອນໄຟນຳວິຖີ. ອາເມລິກາ ສືບຕໍ່ມີ ຄວາມວິຕົກກັງວົນຕໍ່ເລື່ອງ ພຽງຢາງ ອາດຈະມີການກະທຳເກາະຜິດ.

        ເນື້ອໃນດັ່ງກ່າວ ໄດ້ຍົກອອກມາ ໃນຈຸດເວລາທີ່ທັງ ອາເມລິກາ ແລະ ສ.ເກົາຫຼີ ຖືວ່າ ສປປ.ເກົາຫຼີ ອາດຈະດຳເນີນການທົດລອງນິວເຄຼຍບໍ່ວ່າໃນຈຸດເວລາໃດ.

       

ຕອບກັບ

ຂ່າວ/ບົດ​ອື່ນ