ອາເມລິກາ, ໄທ ຮຽກຮ້ອງແກ້ໄຂບັນດາຂໍ້ຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ

(VOVWORLD) - ໃນຖະແຫຼງການຮ່ວມສະບັບໜຶ່ງພາຍຫຼັງການເຈລະຈາຢູ່ທຳນຽບຂາວ, ການນຳສອງທ່ານ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ຈະມານະພະຍາຍາມບັນລຸໄດ້ມາດຕະການສັນຕິພາບສຳລັບບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກ
 
ອາເມລິກາ, ໄທ ຮຽກຮ້ອງແກ້ໄຂບັນດາຂໍ້ຂັດແຍ່ງກັນຢູ່ທະເລຕາເວັນອອກໂດຍສັນຕິວິທີ - ảnh 1ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ 

ວັນທີ 03 ຕຸລາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ແລະ ທ່ານນາຍົກລັດຖະມົນຕີ ໄທ ປະຢຸດ ຈັນໂອຊາ ໄດ້ຢັງຢືນຄຳໝັ້ນສັນຍາ ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ທະເລຕາເວັນອອກ ຄືນໃໝ່, ໃນສະພາບທີ່ ຈີນ ພວມເພີ່ມບັນດາການເຄື່ອນໄຫວດ້ານການທະຫານແບບແຂງກະດ້າງຢູ່ຂົງເຂດທະເລທີ່ເກີດການຂັດແຍ່ງກັນນີ້. ໃນຖະແຫຼງການຮ່ວມສະບັບໜຶ່ງພາຍຫຼັງການເຈລະຈາຢູ່ທຳນຽບຂາວ, ການນຳສອງທ່ານ ໄດ້ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ຈະມານະພະຍາຍາມບັນລຸໄດ້ມາດຕະການສັນຕິພາບສຳລັບບັນດາການຂັດແຍ່ງກັນຢູ່ທະເລຕາເວັນອອກ, ໃນນັ້ນມີເລື່ອງເຄົາລົບບັນດາລະບຽບການ ກົດໝາຍ ແລະ ການທູດ, ອີງໃສ່ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 . ການນຳສອງທ່ານ ລ້ວນແຕ່ສະແດງຄວາມເຫັນດີໃນການຮັກສາວິທີສຳພັດມີລັກສະນະຮ່ວມມື, ມຸ່ງໄປເຖິງເປົ້າໝາຍຮັບປະກັນທະເລຕາເວັນອອກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ