ອາເມລິກາ ໜູນຊ່ວຍ 9 ລ້ານ USD ເພື່ອຊ່ວຍເຫຼືອຄົນພິການຫວຽດນາມ ເຊື່ອມໂຍງຢ່າງຮອບດ້ານ

ອາເມລິກາ ໜູນຊ່ວຍ 9 ລ້ານ USD ເພື່ອຊ່ວຍເຫຼືອຄົນພິການຫວຽດນາມ ເຊື່ອມໂຍງຢ່າງຮອບດ້ານ - ảnh 1
(ພາບປະກອບ)
(vovworld) –  ວັນ​ທີ 17/04, ທ່ານ​ເອກ​ອັກຄະ​ລັດຖະທູດ​ອ​າ​ເມ​ລິ​ກາ​ ປະຈຳ​ຫວຽດນາມ David Shear ​ໄດ້ປະກາດ​ໂຄງການ​ໃໝ່​ໂດ​ຍອາ​ເມ​ລິ​ກາ ໜູນ​ຊ່ວຍ ເພື່ອ​ແນ​ໃສ່​ສະໜອງ​ບັນ​ດາ​ການ​ບໍລິການ​ຢ່າງຮອບດ້ານ, ​ເພື່ອ​ແນ​ໃສ່ຮັບ​​ໃຊ້ໃຫ້​ຄົນ​ພິການ​ຢູ່ຫວຽດນາມ ​ປະມານ 10.000 ຄົນ. ​ໂຄງການ​ຈະ​ຊ່ວຍ​ບຳລຸງ​ສ້າງ​ວິຊາ​ຊີບ ​ແລະ ໜູນ​ຊ່ວຍ​​ເດັກ​ພິການ​ສາມາດ​ສຳ​ພັດ​ກັບ​ການ​ສຶກສາ​ ກໍ​ຄື​ບັນດາ​ການ​ບໍລິການ​ອື່ນໆ. ​ໂຄງການ​ມີ​ມູນ​ຄ່າ 9 ລ້ານ USD, ພ້ອມ​ທັງ​ໜູນ​ຊ່ວຍ​ຄົນ​ພິການ​ດ້ວຍ​ບັນ​ດາ​ການ​ບໍລິການ​ຄື ຜ່າຕັດ​ຕົບ​ແຕ່ງ, ຟື້ນ​ຟູ​ອະ​ໄວ​ຍະ​ວະ ​ແລະ ບັນດາ​ເຄື່ອງ​ອຸປະກອນ​ໜູນ​ຊ່ວຍ​ອື່ນໆ.

        ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ນະ​ຄອນ​ດາ​ນັ້ງ, ​ແຂວງ​ບິງ​ດິ້ງ, ດົງ​ນາຍ ​ແລະ ຢູ່​ບາງ​​ແຂວງ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ