ອາເມລິກາກ່າວເຕືອນໄພISບຸກໂຈມຕີຢູ່ມາເລເຊຍ

ອາເມລິກາກ່າວເຕືອນໄພISບຸກໂຈມຕີຢູ່ມາເລເຊຍ - ảnh 1
ແຂກຕ່າງປະເທດຢູ່ ກົວລະລຳປົວ
(ພາບປະກອບຈາກສຳນັກຂ່າວສານຫວຽດນາມ)

(vovworld) – ​ ​ ວັນ​ທີ 7/7, ສະຖານທູດ ອາ​ເມ​ລິ​ກາ ປະຈຳ ມາ​ເລ​ເຊຍ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ຕໍ່​ພົນລະ​ເມືອງ​ປະ​ເທດ​ນີ້ ກ່ຽວ​ກັບ​ບັນຫາ​ຄວາມປອດ​ໄພ​ຂອງ​ຕົວ​ເອງ. ​ໃນ​ແວບ​ໄຊ​ຂອງ​ສະຖານທູດ ອາ​ເມ​ລິ​ກາ ປະຈຳ ມາ​ເລ​ເຊຍ ​ໄດ້​ມີ​ຄຳ​ກ່າວ​ເຕືອນ​ກ່ຽວ​ກັບ​ຄວາມ​ປອດ​ໄພພາຍຫຼັງທີ່​ເຈົ້າ​ໜ້າ​ທີ່ ມາ​ເລ​ເຊຍ ຍອມຮັບ​ວ່າ ມີ​ການ​ພົວພັນ​ລະຫວ່າງ​ອົງການ​ລັດ​ອິດສະ​ລາມ (IS) ອ້າງ​ຊື່​ເອງ ກັບ​ເຫດ​ລະ​ເບີດ​ຢູ່​​ຮ້ານ​ບັນ​ເທິງ​ແຫ່ງ​ໜຶ່ງ​ທີ່ Puchong, ລັດ Selangor ​ເມື່ອ​ວັນ​ທີ 28/6 ​ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 8 ຄົນ​ຖື​ກຮັບ​ບາດ​ເຈັບ. ​ເຖິງ​ວ່າ​ຍ​ອມຮັບ​ວ່າປະຈຸ​ບັນ​ບໍ່​ມີ​ໄພ​ນາບ​ຂູ່​ພິ​ເສດ​ໃດໆ​ຈາກ​ບັນດາ​ອົງການ​ກໍ່​ການ​ຮ້າຍ​ສຳລັບ​ພົນລະ​ເມືອງ ອາ​ເມ​ລິ​ກາ ຢູ່ ມາ​ເລ​ເຊຍ ກໍ່ຕາມ, ​ແຕ່​ສະຖານທູດ ອາ​ເມ​ລິ​ກາ ຍັງ​ກ່າວ​ເຕືອນ​ວ່າ ​ເຂົາ​ເຈົ້າ​ຍາມ​ໃດ​ກໍ່​ຕ້ອງ​ຍົກ​ສູງ​ສະຕິ​ລະວັງ​ຕົວ​​ເມື່ອ​ໄປ​ມາ, ຍ້ອນ​ພົນລະ​ເມືອງ ອາ​ເມ​ລິ​ກາ ອາດສາມາດ​ຈະ​ເປັນ​ເປົ້າໝາຍ​ບຸກຕີຂອງ​ພວກກໍ່​ການ​ຮ້າຍ. ນອກຈາກ​ນັ້ນ​ແລ້ວ, ບົດ​ລາຍ​ງາ​ນຂອງ​ສະຖານທູດ ອາ​ເມ​ລິ​ກາ ປະຈຳ ມາ​ເລ​ເຊຍ ຍັງ​ຄົງ​ກ່າວ​ເຕືອນ​ພົນລະ​ເມືອງ​ປະ​ເທດ​ນີ້​ຕ້ອງ​ອັບ​ເດັດ​ສະພາບ​ການ​ຜ່ານ​ບັນ​ດາ​ພາຫະ​ນະ​ສື່​ມວນ​ຊົນ, ​ເປັນ​ປະ​ຈຳພ້ອມ​ທັງ​ສະ​ໜອງ​​ເບີ​ໂທສະ​ສັບສາຍ​ດ່ວນ​ເພື່ອ​ພົວພັນກັບ​ສະຖານທູດ.


ຂ່າວ/ບົດ​ອື່ນ