ອາເມລິກາຖະແຫຼງພ້ອມແລ້ວທີ່ຈະຍົກເລີກຂໍ້ຕົກລົງດ້ານນິວເຄຼຍກັບອີຣານ

(VOVWORLD) -ວັນທີ 15 ສິງຫາ, ທ່ານນາງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley ຖະແຫຼງວ່າ, ອີຣານ ຕ້ອງຮັບຜິດຊອບກ່ຽວກັບບັນດາເຫດຍິງທົດລອງລູກສອນໄຟ, ບັນດາການກະທຳໜູນຊ່ວຍກໍ່ການຮ້າຍ ແລະ ການລະເມີດບັນດາມະຕິຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

ອາເມລິກາຖະແຫຼງພ້ອມແລ້ວທີ່ຈະຍົກເລີກຂໍ້ຕົກລົງດ້ານນິວເຄຼຍກັບອີຣານ - ảnh 1 ທ່ານນາງເອກອັກຄະລັດຖະທູດອາເມລິກາ ປະຈຳສະຫະປະຊາຊາດ Nikki Haley

(ພາບປະກອບ: AFP/TTXVN)

ຄຳກ່າວປາໄສດັ່ງກ່າວຂອງທ່ານນາງ Haley ເພື່ອແນໃສ່ມີປະຕິກິລິຍາຕໍ່ຖະແຫຼງການກ່ອນນັ້ນໃນວັນດຽວກັນຂອງທ່ານປະທານາທິບໍດີອີຣານ Hassan Rouhani ທີ່ວ່າ, ອີຣານ ອາດຈະຍົກເລີກສັນຍານິວເຄຼຍຂອງເຂົາເຈົ້າກັບບັນດາປະເທດມະຫາອຳນາດໃນໂລກຄືອາເມລິກາ ໂດຍທັນທີ ຖ້າຫາກອາເມລິກາ ຈັດວາງບໍ່ວ່າມາດຕະການລົງໂທດໃໝ່ໃດໆຕື່ມອີກ. ຄຳຖະແຫຼງຂອງທ່ານາງ Haley ມີຕອນເວົ້າວ່າ “ຂໍ້ຕົກລົງນິວເຄຼຍດັ່ງກ່າວ ບໍ່ໃຫຍ່ເກີນກວ່າລະດັບທີ່ບໍ່ອາດປະລະໄດ້”. ທ່ານນາງຍັງໃຫ້ຮູ້ຕື່ມອີກວ່າ, ບັນດາຄຳສັ່ງລົງໂທດຂອງອາເມລິກາ ບໍ່ກ່ຽວຂ້ອງເຖິງຂໍ້ຕົກລົງນິວເຄຼຍກັບອີຣານ.

ຕອບກັບ

ຂ່າວ/ບົດ​ອື່ນ