ອາເມລິກາປັນປຸງຄຳສັ່ງລົງໂທດລັດເຊຍ

ອາເມລິກາປັນປຸງຄຳສັ່ງລົງໂທດລັດເຊຍ - ảnh 1
(ພາບ​ປະ​ກອບ: wiki)

(vovworld) - ​ເລື່ອງປັນ​ປຸງ​ຄຳ​ສັ່ງ​ລົງ​ໂທດ​ລັດ​ເຊຍ ໂດຍ​ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ດຳ​ເນີນ​ໃນ​ວັນ​ທີ 02/02 ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ ຢູ່​ລັດ​ເຊຍ ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າ​ວ​ສານ​​ທີ່​ຈຳ​ເປັນບາງ​ຢ່າງ. ​ຕາມນັ້ນ​ແລ້ວ, ກະ​ຊວງ​ການ​ເງິນ​ອາ​ເມ​ລິ​ກາ ຈ​ະອະ​ນຸ​ຍາດ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ອາ​ເມ​ລິ​ກາ ໄດ້​ດຳ​ເນີນ​ບັນ​ດາ​ການ​ແລກ​ປ່ຽນ​ໂດຍ​ມີ​ການ​ຈຳ​ກັດ​ກັບ​ອົງ​ການ​ປ້ອງ​ກັນ​ຄວາ​ມ​ສະ​ຫງົບ​ສະ​ຫະ​ພັນ​ລັດ​ເຊຍ (FSB) ຖ້າ​ຫາກ​ບັນ​ດາ​ການ​ແລ​ກ​ປ່ຽນ​ນັ້ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ໃຫ້​ບັນ​ດາ​ບໍ​ລິ​ສັດ​ນີ້​ມີໜັງ​ສື​ອະ​ນຸ​ຍາດ​ນຳ​ເຂົ້າ​ລັດ​ເຊຍ ບັນ​ດາ​ຜະ​ລິດ​ຕະ​ພັ​ນ​ດ້ານ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູ​ນ​ຂ່າວ​ສານ. ການ​ກະ​ທຳ​ນີ້ “ແມ່ນ​ການ​ປັບ​ປຸງທີ່​ມີ​ລັກ​ສະ​ນະ​ເຕັກ​ນິກ”, ເພື່ອ​ແນ​ໃສ່​ຕອບ​ສະ​ໜອງຄຳ​ສະ​ເໜີ​ແນະ​ຂອງ​ບໍ​ລິ​ສັດ​ຫຼາຍ​ແຫ່ງ​ກ່ຽວ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ນຳ​ເຂົ້າ​ບັນ​ດາ​ຜະ​ລິດ​ຕະ​ພັນ​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ​່າວ​ສານ​ເຄື່ອງ​ໃຊ້​ສອຍ​ ຍ້ອນ​ບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​​ຈາກ FSB. ໃນ​ຂະ​ນະ​ນັ້ນ, ທຳ​ນຽບ​ຂາວ​ໄດ້​ປະ​ຕິ​ເສດ​ຂໍ້​ມູນ​ຂ່າວ​ດັ່ງ​ກ່າວໂດຍ​ຖື​ວ່າ ນີ້​ແມ່ນ​ການ​ກະ​ທຳ “ຜ່ອນ​ຄາຍ” ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​​​ທີ່ເລັ່ງ​ໃສ່​ລັດ​ເຊຍ. ແລະກ​ໍ່​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ຕໍ່​ໜ້າ​ສະ​ພາ​ຄວາມ​ໝັ້​ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ອາ​ເມ​ລິ​ກາ ປະ​ຈຳ​ສະ​ຫະ​ປະ​ຊາ​ຊ​າດ Nikki Haley ຖະ​ແຫຼງວ່າ ບໍ່​ມີ​ເລື່ອງ ວໍ​ຊິງ​ຕັນ ​ຍົກ​ເລີກ​ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ ຖ້າ​ຫາກແກຼມ Crimea ຍັງ​ຂຶ້ນ​ກັບ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ