ອາ​ເມ​ລິ​ກາ​ປະ​ກາດວ່າ​ຍັງ​ພ້ອມ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກັບ ຕາ​ລີ​ບານ

(VOVWORLD) -ວັນທີ 6 ກັນຍາ, ທ່ານ Mike Pompeo ລັດຖະມົນຕີການຕ່າງປະເທດ ອາເມລິກາຢັ້ງຢືນວ່າ ອາເມລິກາຍັງພ້ອມທີ່ຈະລົງນາມໃນຂໍ້ຕົກລົງສັນຕິພາບ ກັບ ພວກກະບົດ ຕາລີບານ, ໃນສະພາບການທີ່ບັນດາມືປືນ ຕາລີບານ ບຸກໂຈມຕີ ແລະ ວາງລະເບີດຢູ່ ອາບການິດສະຖານຢ່າງລຽນຕິດ.
ອາ​ເມ​ລິ​ກາ​ປະ​ກາດວ່າ​ຍັງ​ພ້ອມ​ທີ່​ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ກັບ ຕາ​ລີ​ບານ - ảnh 1

ກຳລັງປ້ອງກັນຄວາມສະຫງົບ ອາບການິດສະຖານ ລາດຕະເວນຢູ່ ແຂວງ  Farah ໃນວັນທີ 15 ພຶດສະພາ 2018 (ພາບ: AFP/TTXVN)

ກ່ອນໜ້ານັ້ນ, ວັນທີ 4 ກັນຍາ, ທ່ານ Mark Esper ລັດຖະມົນຕີ ກະຊວງປ້ອງກັນປະເທດອາເມລິກາກໍ່ແຈ້ງໃຫ້ວົງການເຈົ້າໜ້າທີ່ບັນດາສຳພັນທະມິດເອີລົບຮັບຊາບ ກ່ຽວກັບຮ່າງຂໍ້ຕົກລົງສັນຕິພາບກັບພວກກະບົດ ຕາລີບານຢູ່ ອາບການິດສະຖານ, ພ້ອມທັງຊີ້ແຈ້ງວ່າ ຂໍ້ຕົກລົງສຸດທ້າຍເພື່ອແນໃສ່ຢຸດຕິສົງຄາມທີ່ໄດ້ແກ່ຍາວທີ່ສຸດໃນປະຫວັດສາດຂອງອາເມລິກາຍັງຄົງຢູ່ໃນໄລຍະພິຈາລະນາ.

        ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ ອາບການິດສະຖານໄດ້ຕຳໜິຕິຕຽນ ຂໍ້ຕົກລົງສັນຕິພາບລະຫວ່າງ ອາເມລິກາ ແລະ ຕາລີບານ, ຍ້ອນວ່າໃນສະພາບຕົວຈິງນັ້ນ ຂໍ້ຕົກລົງສັນຕິພາບສະບັບໜຶ່ງແມ່ນຄົບຖ້ວນ ເພື່ອແນໃສ່ຢຸດຕິສົງຄາມທີ່ແກ່ຍາວມາເປັນເວລາຫຼາຍກ່ວາ 18 ປີຢູ່ປະເທດອາຊີນີ້ ຕ້ອງອີງໃສ່ການເຈລະຈາ ພາຍໃນ ຂອງອາບການິດສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ