ອາເມລິກາປະຕິເສດ ການແຊກແຊງ ດ້ານການທະຫານເຂົ້າຊີຣີ

ອາເມລິກາປະຕິເສດ ການແຊກແຊງ ດ້ານການທະຫານເຂົ້າຊີຣີ - ảnh 1

(ພາບ:tintuc.vnn.vn)

(vovworld)- ວັນ​ທີ 26/6, ​ທ່ານ John Kerry, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ໄດ້​ປະຕິ​ເສດ​ມາດ​ຕະການ​ທະຫານ​ໃຫ້​ແກ່​ບັນຫາ​ຊີຣີ ຂະນະ​ທີ່​ຖື​ວ່າ: ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້​ບໍ່​ຄື​ກັນກັບ​ລີ​ບີ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ມາດ​ຕະການ​ອີງ​ຕາມ​ແຜ​ນການ​ສັນຕິພາບ​ເຊີ​ແນວ (ປະ​ເທດ​ສະ​ວິດ) ​ເມືອ​ເດືອນ 6/2012. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ທີ່ Kuwait City, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ John Kerry ກ່າວ​ເຕືອນ​ວ່າ: ​ເສິກ​ກາງ​ເມືອງ​ຢູ່​ຊີຣີ ອາດ​ຈະ​ພາ​ໄປ​ເຖິງ​ການ​ຊຸດ​ໂຊມ​ຂອງ​ລັດ, ກອງທັບ ​ແລະ ການ​ທຳລາຍ​ໂດຍ​ການ​ປະ​ທະ​ດ້ານ​ເຊື້ອ​ຊາດ​ຜີວພັນ​ໃນ​ຫລາຍ​ປີ​ຂ້າງ​ໜ້າ, ພ້ອມ​ທັງ​ຢືນຢັນ​ວ່າ “ບໍ່​ອາດ​ມີມາດ​ຕະການດ້ານ​ການ​ທະຫານ​ໄດ້​ ຫາກ​ຕ້ອງ​ກ້າວ​ໄປ​ເຖິງ​ມາດ​ຕະການ​ທາງ​ການ​ທູດ” ຜ່ານ​ການ​ເຈລະຈາ​ຢູ່​ສະ​ວິດ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ກໍ່​ຮຽກຮ້ອງ​ໃຫ້ ອີຣານ ຈົ່ງ​ຖອນ​ທະຫານ​ອອກ​ຈາກ​ຊີຣີ ​ແລະ ​ກຳລັງ​ແຮກ​ໂບລາ ຈົ່ງ​ກັບ​ຄືນ​ລີ​ບັງ.

 

 

ຂ່າວ/ບົດ​ອື່ນ