ອາເມລິກາ-ປາກີສະຖານ-ອາບການີສະຖານ ເຈລະຈາກ່ຽວກັບຄວາມ ສະຫງົບປອດໄພໃນເຂດຊາຍແດນ

ອາເມລິກາ-ປາກີສະຖານ-ອາບການີສະຖານ ເຈລະຈາກ່ຽວກັບຄວາມ ສະຫງົບປອດໄພໃນເຂດຊາຍແດນ - ảnh 1

(ພາບ:dantri.com.vn)

( vovworld ) –  ​ວັນ​ທີ 13/5, ຜູ້​ບັນຊາ​ການ​ບັນດາ​ກຳລັງ ​ໂດຍ​ອົງການ​ນາ​ໂຕ​ ນຳ​ໜ້າ​ຢູ່ ອາການ​ນີສະຖານ, ນາຍ​ພົນ​ຂອງ ອາ​ເມ​ລິ​ກາ John Allen ​ໄດ້​ມີ​ການ​ພົບ​ປະ​ກັບ​ຜູ້​ບັນຊາ​ການ​ທະຫານ​ຂອງປາ​ກີ​ສະຖານ-​ອາບ​ກາ​ນີສະຖານ ​ເພື່ອ​ເຈລະຈາ​ກ່ຽວ​ກັບ​ຄວາມ​ສະຫງົບ​ປອດ​ໄພ​ໃນ​ເຂດ​ຊາຍ​ແດນ. ການ​ເຈລະຈາ​ສຸມ​ໃສ່​ບັນດາ​ມາດ​ຕະການ​ຄວບ​ຄຸມ​ເຂດ​ຊາຍ​ແດນ ​ແລະ ບັນດາ​ກົນ​ໄກ​ເພື່ອ​ຫລີກ​ລ້ຽງບັນດາ​ເຫດການ​​ເກີດ​ຂຶ້ນ​​ໂດຍ​ບັງ​ເອີນຢູ່​ເຂດ​ຊາຍ​ແດນ​ລະຫວ່າງປາ​ກີ​ສະຖານ-​ອາບ​ກາ​ນີສະຖານ. ຄາດ​ວ່າ, ​ໃນ​ອາທິດ​ໜ້າ, ບັນດາ​ການ​ນຳປາ​ກີ​ສະຖານ ຈະ​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ຢຸດຕິ​ການ​ປິດ​ລ້ອມ​ເສັ້ນທາງ​ສະໜອງ​ໃຫ້​ແກ່​ກຳລັງ​ນາ​ໂຕ​ຢູ່ ​ອາບ​ກາ​ນີສະຖານ ​ເປັນ​ເວລາ 6 ​ເດືອນ. ທ່ານ​ນາຍົກລັດຖະມົນຕີປາ​ກີ​ສະຖານ Yousuf Raza Gilani ຈະ​ຮຽກ​ໂຮມ​ຈັດການ​ປະຊຸມ​ນີ້, ປຶກສາ​ຫາລື​ວິທີ​ການ​ປັບປຸງບັນດາ​ການ​ພົວພັນ​ກັບ ອາ​ເມ​ລິ​ກາ ກ່ອນ​ກອງ​ປະຊຸມ​ສຸດ​ຍອດ​ນາ​ໂຕ​ກ່ຽວ​ກັບ ​ອາບ​ກາ​ນີສະຖານ ຢູ່ ຈີ​ກາ​ໂກ ປະ​ເທດ ອາ​ເມ​ລິ​ກາ ​ໃນ​ວັນ​ທີ 21 ​ແລະ 22/5.

ຂ່າວ/ບົດ​ອື່ນ