(ພາບປະກອບ)
(vovworld) – ຄວາມໝັ້ນຄົງຢູ່ຫຼາຍນະຄອນໃຫຍ່ຂອງອາເມລິກາ ໄດ້ຮັບການຜັນຂະຫຍາຍຢ່າງເຄັ່ງຄັດ ກ່ອນພິທີສະເຫຼີມສະຫຼອງວັນຊາດຄືວັນທີ 4/7, ເຊິ່ງແມ່ນໂອກາດທີ່ດຳເນີນການເຄື່ອນໄຫວຫຼາຍຢ່າງຢູ່ກາງແຈ້ງໃນທົ່ວປະເທດ ແລະ ມີຫຼາຍຄົນເຂົ້າຮ່ວມ. ບັນດາເຈົ້າໜ້າທີ່ປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ຈະຜັນຂະຫຍາຍກຳລັງຕຳຫຼວດເປັນຈຳນວນຫຼວງຫຼາຍຢູ່ສະຖານທີ່ຍິງບັ້ງໄຟດອກ ແລະ ສະແດງດົນຕີປະສານສຽງໃນບັນດານະຄອນໃຫຍ່. ນອກນັ້ນກ້ອງຕິດຕາມຫຼາຍກ້ອງ ກໍ່ຖືກຕິດຕັ້ງ ແລະ ຜັນຂະຫຍາຍຢູ່ບ່ອນສາທາລະນະ. ຕຳຫຼວດກໍ່ໄດ້ຮັບການປະກອບອຸປະກອນຄົ້ນຫາທາດເຄມີ ເຊິ່ງສາມາດໃຊ້ເປັນລະເບີດໄດ້.