(vovworld) - ພາຍຫຼັງທີ່ທ່ານ Donald Trump ປະທານາທິບໍດີຜູ້ຊະນະໃນການເລືອກຕັ້ງອາເມລິກາ ມີການໂອ້ລົມທາງໂທລະສັບກັບການນຳໄຕຫວັນ (ຈີນ) ທາຍອິງວວນ, ວັນທີ 02/12, ທຳນຽບຂາວໄດ້ອອກຖະແຫຼງການຢືນຢັນຄືນໃໝ່ຫຼັກໝັ້ນຂອງວໍຊິຕັນ ທີ່ສະໜັບສະໜູນນະໂຍບາຍ “ປະເທດຈີນໜຶ່ງດຽວ”. ໂຄສົກສະພາປ້ອງກັນຄວາມສະຫງົບອາເມລິກາ, ທ່ານນາງ Emily Horne ເນັ້ນໜັກວ່າ, ບໍ່ມີການປ່ຽນແປງໃດໆໃນນະໂຍບາຍທີ່ມີມາແຕ່ດົນນານຂອງອາເມລິກາ ສຳລັບບັນຫາໄຕຫວັນ. ການພົວພັນສັນຕິພາບ, ສະຖຽນລະພາບລະຫວ່າງ 2 ຊ່ອງທະເລ ໄຕຫວັນ ສັນຕິພາບ ແລະ ສະຖຽນລະພາບກໍແມ່ນບັນດາຜົນປະໂຫຍດພື້ນຖານຂອງອາເມລິກາ.
ເລື່ອງວັນທີ 02/12, ທ່ານ Donald Trump ປະທານາທິບໍດີຜູ້ຊະນະໃນການເລືອກຕັ້ງອາເມລິກາ ໂທລະສັບກັບການນຳໄຕຫວັນ (ຈີນ) ທາຍອິງວວນ ໄດ້ຮັບຂໍ້ສັງເກດວ່າເປັນໄພກໍ່ຄວາມແຕກແຫງຢ່າງຮ້າຍແຮງກັບຈີນ.
ຕາມເຈົ້າໜ້າທີ່ຂັ້ນສູງຂອງອຳນາດການປົກຄອງ, ທຳນຽບຂາວ ບໍ່ໄດ້ຮັບແຈ້ງຂ່າວກ່ຽວກັບການໂອ້ລົມທາງໂທລະສັບຂອງທ່ານ Donald Trump ກ່ອນທີ່ດຳເນີນ. ປະຈຸບັນ, ລັດຖະບານຈີນ ບໍ່ທັນມີການວິຈານໃດໆກ່ຽວກັບເຫດການນີ້ເທື່ອ.