ພາບປະກອບ
(vovworld) - ວັນທີ 30/11, ສະມາຊິກສະພາສູງອາເມລິກາ ໄດ້ເຫັນດີເປັນເອກະພາບເປີດກວ້າງຄຳສັ່ງລົງໂທດ ທີ່ເລັ່ງໃສ່ຂົງເຂດພະລັງງານ ແລະ ຂົນສົ່ງທາງທະເລຂອງ ອີຮານ ໃນຂອບເຂດການເຄື່ອນໄຫວດ້ານການຄ້າໃນທົ່ວໂລກ. ນີ້ແມ່ນການລົງໂທດທີ 3 ເຊິ່ງອາເມລິກາໄດ້ນຳໃຊ້ໃນປີນີ້ ເພື່ອແນໃສ່ກໍ່ຄວາມດັນສຳຫຼັບໂຄງການນິວຄະເລຍຂອງອີຮານ. ຕາມນັ້ນແລ້ວ, ອາເມລິກາຈະນຳໃຊ້ຄຳສັ່ງລົງໂທດທີ່ມີຕໍ່ບັນດາທະນາຄານຕ່າງປະເທດມີການພົວພັນ, ທຳມາຫາກິນກັບອີຮານໃນບັນດາຂົງເຂດອຸດສາຫະກຳ ເຊິ່ງອາເມລິກາຖືວ່າ ມີຄວາມສາມາດໜູນຊ່ວຍບັນດາຄວາມມານະພະຍາຍາມຂອງອີຮານບົນເສັ້ນທາງກ້າວໄປເຖິງອາວຸດນິວຄະເລຍຄື ການຂົນສົ່ງ, ການຕໍ່ກຳ່ປັ່ນ ແລະ ພະລັງງານ. ມາດຕະການລົງໂທດນີ້ກໍ່ເລັ່ງໃສ່ບັນດາອົງການຈັດຕັ້ງ, ແລະ ສ່ວນບຸກຄົນໃດ ທີ່ດຳເນີນການທຸລະກຳດ້ານການເງິນກັບລັດຖະບານອີຮານ ກໍ່ຄືທຸລະກຳຖ່ານຫີນ ແລະ ໂລຫະອັນລ້ຳຄ່າຕ່າງໆ.