ອາເມລິກາເພີ່ມທະວີ ການພົວພັນກັບອາຊຽນ


ອາເມລິກາເພີ່ມທະວີ ການພົວພັນກັບອາຊຽນ - ảnh 1

(ພາບປະກອບ: borneoinsider.com)

(vovworld)- ​ ທ່ານ Dantel Russel ຜູ້​ຊ່ວຍ​ວຽກ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຮັບຜິດຊອບ​ບັນດາ​ບັນຫາ​ອາຊີ-​ປາຊີ​ຟິກ ຈະ​ເດີ​ນທາງ​ໄປ​ມ້ຽນ​ມາ ​ເພື່ອ​ປຶກສາ​ຫາລື​ກັບ​ອາ​ຊຽນ ​ແລະ ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ກ່ຽວ​ກັບ​ບັນດາ​ບັນຫາ​ສອງ​ຝ່າຍ ​ແລະ ພາກ​ພື້ນ​ທີ່​ຕ່າງຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

  ​ແຈ້ງ​ການ​ຂອງ​ກະຊວງ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ​ເມື່ອ​ວັນ​ທີ 5/6 ​ໃຫ້​ຮູ້​ວ່າ, ຕາມ​ແຜນການ, ທ່ານ Dantel Russel ຈະ​ເຂົ້າຮ່ວມບັນດາ​ກອງ​ປະຊຸມ​ຂອງ​ເຈົ້າໜ້າ​ທີ່​ຂັ້ນສູງ​ອາ​ຊຽນ ກ່ຽວ​ກັບ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ (EAS), ​ເວທີ​ປາ​ໄສ​ອາ​ຊຽນ, ຂໍ້​ລິ​ເລີ່​ມ​ເຂດ​ລຸ່ມ​ແມ່ນ້ຳຂອງ (LMI) ​ເຂດ​ລຸ່ມ​ແມ່ນ້ຳຂອງ ​ແລະ ຜູ້​ເປັນ​ເພື່ອນ (FLM) ​ແຕ່​ວັນ​ທີ 7-9/6. ທ່ານຜູ້​ຊ່ວຍ​ວຽກ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ເມ​ລິ​ກາ ຍັງ​ພົບ​ປະ​ກັບ​ບັນດາ​ເຈົ້າໜ້າ​ທີ່​ຍີ່ປຸ່ນ ​ແລະ ອົດ​ສະ​ຕາ​ລີ ​ໃນ​ຂອບເຂດ​ໂຄງການ “ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ສາມ​ຝ່າຍ“. ທ່ານ Dantel Russel ຍັງ​ຕາງໜ້າ​ໃຫ້​ອາ​ເມ​ລິ​ກາ ​ເປັນ​ປະທານ​ຮ່ວມ​ໃນ​ການ​ເຈລະຈາ​ລະຫວ່າງອາ​ເມ​ລິ​ກາ-​ອາ​ຊຽນ ​ແລະ ດຳ​ເນີນ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງຕ່າງໆ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອ​ປຶກສາ​ຫາລື​ຫຼາຍ​ບັນຫາ./.

ຂ່າວ/ບົດ​ອື່ນ