ອາ​ເມ​ລິ​ກາ​ເພີ່ມ​ເຕ​ີມຄຳ​ສັ່ງ​ລົງ​ໂທດ​ອີ​ຣານ​ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ໂລ​ຫະ​ຕື່ມ​ອີກ

(VOVWORLD) - ອາເມລິກາ ຈັດວາງຄຳສັ່ງລົງໂທດໃສ່ພື້ນຖານເສດຖະກິດອີຣານ ແມ່ນເພື່ອບັງຄັບໃຫ້ອີີຣານເຂົ້າຮ່ວມການເຈລະຈາຄັ້ງໃໝ່ ກ່ຽວກັບການຈຳກັດໂຄງການນິວເຄຼຍຂອງປະເທດນີ້.

ວັນທີ 15 ມັງກອນ, ສຳນັກຂ່າວສານ Reuters ຂອງອັງກິດ ໃຫ້ຮູ້ວ່າ ອຳນາດການປົກຄອງ ອາເມລິກາ ໄດ້ປະກາດແຜນການຈັດວາງຄຳສັ່ງລົງໂທດຕ້ານອີຣານ, ເຊິ່ງກ່ຽວຂ້ອງເຖິງການພັດທະນາອາວຸດທຳມະດາ ແລະ ຂະແໜງອຸດສາຫະກຳໂລຫະຂອງປະເທດນີ້.

ແຫຼ່ງຂໍ້ມູນບໍ່ໄດ້ສະໜອງລາຍລະອຽດກ່ຽວກັບຄຳສັ່ງລົງໂທດເພີ່ມເຕີມດັ່ງກ່າວ. ອາເມລິກາ ຈັດວາງຄຳສັ່ງລົງໂທດໃສ່ພື້ນຖານເສດຖະກິດອີຣານ ແມ່ນເພື່ອບັງຄັບໃຫ້ອີີຣານເຂົ້າຮ່ວມການເຈລະຈາຄັ້ງໃໝ່ ກ່ຽວກັບການຈຳກັດໂຄງການນິວເຄຼຍຂອງປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ