ອາເມລິກາແນະນຳແຜນການສັນຕິພາບຢູ່ຕາເວັນອອກກາງທີ່ມີມູນຄ່າ 50 ຕື້ USD

(VOVWORLD) -ອຳນາດການປົກຄອງຂອງທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ແນະນຳແຜນການເພື່ອແນໃສ່ບັນລຸໄດ້ສັນຕິພາບລະຫວ່າງອິດສະຣາແອັນ ແລະ ປາແລັດສະຕິນ ທີ່ກອງປະຊຸມສາກົນ ເຊິ່ງດຳເນີນຢູ່ ບາເຣັນ ໃນວັນທີ 25 ມິຖຸນາ.

ອາເມລິກາ ຖືວ່າ, ໂຄງການລົງທຶນທີ່ມີມູນຄ່າຂຶ້ນເຖິງ 50 ຕື້ USD ຈະແມ່ນເງື່ອນໄຂຕັດສິນຊີ້ຂາດໃຫ້ແກ່ການຢຸດຕິການປະທະກັນທີ່ແກ່ຍາວຢູ່ພາກພື້ນ.

        ທ່ານ Jared Kushner, ທີ່ປຶກສາຂັ້ນສູງ ໄດ້ເປັນປະທານກອງປະຊຸມສາກົນ ເຊິ່ງແກ່ຍາວເປັນເວລາ 2 ວັນຢູ່ບາເຣັນ, ເພື່ອແນໃສ່ຮຽກຮ້ອງການສະໜັບສະໜູນໃຫ້ແກ່ແຜນການສັນຕິພາບຢູ່ຕາເວັນອອກກາງຂອງອາເມລິກາ. ຕາມທ່ານ Kushner ແລ້ວ, ການເຕີບໂຕດ້ານເສດຖະກິດ ແລະ ນຳວັດທະນາຖາວອນມາໃຫ້ປະຊາຊົນປາແລັດສະຕິນ ຈະບໍ່ມີຖ້າຫາກວ່າຂາດມາດຕະການແກ້ໄຂດ້ານການເມືອງທີ່ມີຄວາມຍຸຕິທຳ ແລະ ຍາວນານໃຫ້ແກ່ການປະທະກັນ ແລະ ມາດຕະການແກ້ໄຂດັ່ງກ່າວຈະຮັບປະກັນຄວາມໝັ້ນຄົງຂອງອິດສະຣາແອັນ ແລະ ເຄົາລົບກຽດສັກສີຂອງປະຊາຊົນປາແລດສະຕິນ. ເຖິງຢ່າງໃດກໍ່ຕາມ, ທ່ານ Kushner ໃຫ້ຮູ້ວ່າ, ບັນດາບັນຫາດ້ານການເມືອງຈະໄດ້ຮັບການປຶກສາຫາລືໃນຈຸດເວລາທີ່ເໝາະສົມ ແລະ ເນື້ອໃນການເມືອງຂອງແຜນການດັ່ງກ່າວຍັງບໍ່ທັນໄດ້ເປີດເຜີຍເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ