ອາເມລິກາແລະກູບາເຊື່ອຕໍ່ການພົວພັນໃນຂົງເຂດທະນາຄານຄືນໃໝ່

ອາເມລິກາແລະກູບາເຊື່ອຕໍ່ການພົວພັນໃນຂົງເຂດທະນາຄານຄືນໃໝ່ - ảnh 1
ທະນາຄານ Stonegate
(ພາບ:​anninhthudo.vn)

(vovworld) – ວິວັດ​ການ​ຫັນ​ການ​ພົວພັນ​ເປັນ​ປົກກະຕິ, ປິດ​​ອະດີດຕະການ​ໄວ້ ​ແລະ ມຸ່ງ​ໄປ​ສູ່​ອະນາຄົດ ລະຫວ່າງ ອາ​ເມ​ລິ​ກາ ​ແລະ ກູ​ບາ ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ສຳຄັນ. ວັນ​ທີ 20/5, ທະນາຄານ​ແຫ່ງ​ໜຶ່ງ​ຢູ່ລັດ Florida ​ໄດ້​ເປີດ​ບັນຊີ​ທະນາຄານ​ໃຫ້​ລັດຖະບານ ກູ​ບາ ຢູ່ ອາ​ເມ​ລິ​ກາ. ການ​ກະທຳ​ນີ້​ຊ່ວຍ​ຍົກ​ເລີກ​ໜຶ່ງ​ໃນ​ບັນດາ​ຮົ້ວ​ກີດ​ຂວາງ​ໃຫຍ່​ໃນ​ເສັ້ນທາງ​ຟື້ນ​ຟູ​ການ​ພົວພັນ​ລະຫວ່າງ ວໍ​ຊິງ​ຕັນ ​ແລະ ລາ​ຮາ​ວານ ພາຍ​ຫຼັງ​ກ່ວາ​​ເຄິ່ງ​ສະຕະວັດ​ເປັນປໍ​ລະ​ປັກ. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ ໃຫ້​ຮູ້​ວ່າ: ທະນາຄານ Stonegate, ມີ​ສຳນັກງານ​ໃຫຍ່​ຢູ່ Pompano Beach, Florida, ​ໄດ້​ກາຍ​ເປັນ​ທະນາຄານ​ແຫ່ງ​ທຳ​ອິດ​ຢູ່ ອາ​ເມ​ລິ​ກາ ​ເປີດ​ບັນຊີ​ຂອງ​ລັດຖະບານ​ ກູ​ບາ ​ແລະ ນັບ​ແ​ຕ່ນີ້​ເປັນ​ຕົ້ນ​ໄປ​ບັນດາ​ນັກ​ການ​ທູດ​ ກູ​ບາ ສາມາດ​ນຳ​ໃຊ້​ບັນດາ​ບໍລິການ​ທະນາຄານ​​ເປັນ​ປົກ​ປະຕິ.

ຂ່າວ/ບົດ​ອື່ນ