ອາເມລິກາແລະກູບາເປີດສະຖານທູດ:ໄລຍະໃໝ່ໃນການພົວພັນ2ຝ່າຍ

ອາເມລິກາແລະກູບາເປີດສະຖານທູດ:ໄລຍະໃໝ່ໃນການພົວພັນ2ຝ່າຍ - ảnh 1
ທ່ານ​ປະ​ທານ Raul Castro ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ​ຢູ່ນ​ອກກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​ປະ​ເທດ ​ທະ​ວີບ ອາ​ເມ​ລິ​ກາ ເມື່ອ​ວັນ​ທີ 11/4
(ພາບ: AFP)

(vovworld) – ​​ ​​ພາຍຫຼັງ​ເກືອບ 7 ເດືອນ​​ທີ່ດຳ​ເນີນ​ການ​ເຈ​ລະ​ຈາ 4 ​ຮອບ, ວັນ​ທີ 1/7, ວິ​ວັດ​ການ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ກູ​ບາ ເປັນ​ປົກ​ກະ​ຕິ ບັນ​ລຸ​ໄດ້​ບາດ​ກ້າວ​ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ດ້ວຍ​ເລື່ອງ 2 ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເປີດ​ສະ​ຖານ​ທູດ​ຄືນ​ໃໝ່​ໃນ​ທ້າຍ​ເດືອນນີ້. ກ່າວ​ຄຳ​ເຫັນ​ທີ່​ການ​ປະ​ຊຸມ​ຂ່າວ​ຢູ່​ທຳ​ນຽບ​ຂາວ, ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ Joe Biden, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Barack Obama ຖະ​ແຫຼງ​ວ່າ: ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ອາ​ເມ​ລິ​ກາ - ກູ​ບາ ໄດ້​ຫັນ​ເປັນ​ປົກ​ກະ​ຕິ​ຄືນ​ໃໝ່​ພາຍຫຼັງ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ດ້ວຍ​ເລື່ອ​ງ​ທັງ 2 ປະ​ເທດ​ຕົກ​ລົງ​ເປີ​ດ​ສະ​ຖານ​ທູ​ດຄືນ​ໃໝ່ ​ຢູ່​ວໍ​ຊິງ​ຕັນ ແລະ ລາ​ຮາ​ວານ ໃນ​ທ້າຍ​ເດືອນນີ້​. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ຖື​ວ່ານີ້​ແມ່ນ​ບາດ​ກ້າວ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ໃນ​ຄວາມ​ມານ​ະ​ພະ​ຍາ​ຍາມ​ລວມ​ຂອງ 2 ປະ​ເທດ​ເພື່ອ​ແນ​ໃສ່​ຫັນ​ການ​ພົວ​ພັນ​ລະ​ຫວ່າງ​ 2 ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດ​ເປັນ​ປົກ​ກະ​ຕິ.

        ກໍ່​ໃນ​ວັນ​ທີ 1/7, ລັດ​ຖະ​ບານ ກູ​ບາ ໄດ້​ຖະ​ແຫຼງ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ ອາ​ເມ​ລິ​ກາ ຄືນ​ໃໝ່, ພ້ອມ​ທັງ​ເນັ້ນ​ໜັກ​ຄືນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ໃຫ້ 2 ຝ່າຍ​ຫັນ​ການ​ພົວ​ພັນ​ເປັນ​ປົກ​ກະ​ຕິ​ນັ້ນແມ່ນ​ ວໍ​ຊິງ​ຕັນ ຕ້ອງ​ລົບ​ລ້າງ​ການ​ຂວ້ຳ​ບາດ​ດ້ານ​ເສດ​ຖະ​ກິດ​ທີ່​ຈັດ​ວາງ​ຕໍ່​ປະ​ເທດນີ້ໃນ​ກ່​ວາ​ເຄິ່ງ​ສະ​ຕະ​ວັດ​ທີ່​ຜ່ານ​ມາ​.


ຂ່າວ/ບົດ​ອື່ນ