ອາເມລິກາໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິຮູບແລະຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຫວຽດນາມ

(VOVWORLD) -ດ້ວຍຈຳນວນເງິນອຸປະຖຳເກືອບ 22 ລ້ານ USD ໃນຮອບເວລາ 5 ປີ, ໂຄງການໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຊື່ອມຕົວເຂົ້າລະບົບສະໜອງທົ່ວໂລກຢ່າງໄວກວ່າ

ອາເມລິກາໃຫ້ຄຳໝັ້ນສັນຍາຊຸກຍູ້ການປະຕິຮູບແລະຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງແລະນ້ອຍຂອງຫວຽດນາມ - ảnh 1 ເລີ່ມເຄື່ອນໄຫວໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ

(ພາບ: TTXVN)

ຕອນເຊົ້າວັນທີ 24 ກັນຍາ, ຢູ່ຮ່າໂນ້ຍ, ອົງການພັດທະພັດທະນາສາກົນອາເມລິກາ (US AID) ພ້ອມກັບຫ້ອງວ່າການລັດຖະບານ ແລະ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ເລີ່ມເຄື່ອນໄຫວໂຄງການຊຸກຍູ້ການປະຕິຮູບ ແລະ ຍົກສູງກຳລັງຄວາມສາມາດເຊື່ອມຕໍ່ຂອງວິສາຫະກິດຂະໜາດກາງ ແລະ ນ້ອຍຂອງຫວຽດນາມ ໂດຍ US AID ອຸປະຖຳ. ດ້ວຍຈຳນວນເງິນອຸປະຖຳເກືອບ 22 ລ້ານ USD ໃນຮອບເວລາ 5 ປີ, ໂຄງການໄດ້ຮັບຄວາມຫວັງວ່າ ຈະຊ່ວຍໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເຊື່ອມຕົວເຂົ້າລະບົບສະໜອງທົ່ວໂລກຢ່າງໄວກວ່າ, ໝັ້ນຄົງກວ່າ, ປະກອບສ່ວນໃຫ້ແກ່ການເຕີບໂຕເສດຖະກິດຂອງປະເທດ. ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ພວມກວມເອົາ 98% ຍອດຈຳນວນວິສາຫະກິດ, ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມໄດ້ 63% ແລະ ປະກອບ 45% ເຂົ້າ GDP.

        ທ່ານ Daniel Kritenbrink, ເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ, ຜູ້ຕາງໜ້າອົງການພັດທະນາສາກົນອາເມລິກາ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ອົງການນີ້ຈະສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງຫວຽດນາມ ຄົ້ນຄວ້າ, ເປີດກວ້າງເປົ້າໝາຍໄດ້ຮັບຜົນປະໂຫຍດ. ອາເມລິກາ ໃຫ້ຄຳໝັ້ນສັນຍາຮ່ວມມືກັບຫວຽດນາມ ເພື່ອຊ່ວຍໃຫ້ວິສາຫະກິດຫວຽດນາມ ປັບຕົວໃຫ້ແທດເໝາະກັບພື້ນຖານເສດຖະກິດທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ