ອາເມລິກາໜູນຊ່ວຍຈຳນວນເງິນ26ລ້ານUSDເພື່ອຊ່ວຍຍູ້ແຮງການປ້ອງກັນ,ຕ້ານHIVແບບຍືນຍົງຢູ່ຫວຽດນາມ

ອາເມລິກາໜູນຊ່ວຍຈຳນວນເງິນ26ລ້ານUSDເພື່ອຊ່ວຍຍູ້ແຮງການປ້ອງກັນ,ຕ້ານHIVແບບຍືນຍົງຢູ່ຫວຽດນາມ - ảnh 1
ພາບປະກອບ

(vovworld) – ວັນ​ທີ 27/7, ສະຖານທູດ ສະຫະລັດ ​ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ (USAID) ຫາ​ກໍ່​ປະກາດ​ໂຄງການ​ໃໝ່​ມີ​ມູນ​ຄ່າ 26 ລ້ານ USD ​ເພື່ອຊ່ວຍ​ເພີ່ມ​ທະວີ ​ແລະ ຮັກສາ​ວຽກ​ງານ​ປ້ອງ​ກັນ, ຕ້ານ HIV/AIDS ​ແບບ​ຍືນ​ຍົງຢູ່ ຫວຽດນາມ. ທ່ານ Michael Greene, ຜູ້ອຳນວຍການ​ອົງການ​ພັດທະນາ​ສາກົນ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໂຄງການ​ຈະ​ເປີດ​ກ້ວາງບັນ​ດາ​ການ​ບໍລິການ ​ໃນ​ທັງ​ລະບົບ​ການ​ບໍລິການ​ເບິ່ງ​ແຍງ​ດູ​ແລຜູ້​ຕິດ​ເຊື້ອ HIV ຈາກ​ການ​ບົ່ງມະຕິ​ຮອດ​ການ​ປິ່ນປົວ​ສຳ​​ເລັດ​ຜົນ​ຢູ່​ບັນດາ​ແຂວງ​ມີ​ອັດຕາຜູ້​ຕິດ​ເຊ​ື້ອ HIV ສູງ. ​ໂຄງການ​ກໍ່​ຈະ​ສະໜອງ​ການ​ໜູນ​ຊ່ວຍ​ດ້ານ​ເຕັກນິກ​ໂດຍ​ອີງ​ໃສ່​ຄວາມ​ຕ້ອງການ​ຢູ່​ຂັ້ນ​ສູນ​ກາງ, ຂັ້ນ​ແຂວງ ​ແລະ ຂັ້ນ​ເມືອງ ກໍ່ສ້າງ​ບັນດາ​ລະ​ບົບ ​ແລະ ບໍລິການ HIV ​ແບບ​ຍືນ​ຍົງ.


ຂ່າວ/ບົດ​ອື່ນ