ອຳນາດການປົກຄອງຮົງກົງໂຈະການໂອ້ລົມສົນທະນາກັບນັກສຶກສາໄວ້

ອຳນາດການປົກຄອງຮົງກົງໂຈະການໂອ້ລົມສົນທະນາກັບນັກສຶກສາໄວ້ - ảnh 1
(ພາບ​ປະ​ກອບ​ຈາກ giaoduc.net.vn)

(vovworld) – ວັນ​ທີ 9/10, ອຳ​ນາດ​ການ​ປົກ​ຄອງ​ເຂດ​ບໍ​ລິ​ຫານ​ພິ​ເສດ ຮົງ​ກົງ (ປະ​ເທດ ຈີນ) ໄດ້​ໂຈະ​ການ​ເຈ​ລະ​ຈາ​ກັບ​ນັກ​ສຶກ​ສາ​ຜູ້​ສະ​ໜັບ​ສະ​ໜູນ​ປະ​ຊາ​ທິ​ປະ​ໄຕ. ກ່ອນ​ໜ້ານັ້ນ, ​ຄາດ​ວ່າການ​ພົບ​ປະ​ນີ້​ໄ​ດ້​ຈັດ​ຕັ້ງ​​ຂຶ້ນໃນ​ວັນ​ທີ 10/10 ເພື່ອ​ແນ​ໃສ່​ຢຸດ​ຕິ​ບັນ​ດາ​ການ​ແຫ່​ຂະ​ບວນ​ປະ​ທ້ວງ​ທີ່​ແກ່​ຍາວ​ກ່​ວາ​ໜຶ່ງ​ອາ​ທິດ​ຜ່ານ​ມາ ເຮັດ​ໃຫ້ຫຼາຍ​ເຂດຂອງ​ສູນ​ການ​ຄ້າ​ສຳ​ຄັນ​ນີ້​ຖືກ​ຢຸດ​ສະ​ງັກ. ກ່າ​ວຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ, ​ຫົວ​ໜ້າກົມ​ໃຫຍ່​ບໍ​ລິ​ຫານ ທ່ານ​ນາງ Carrie Lam  ໃຫ້​ຮູ້​ວ່າ: ພື້ນ​ຖານ​ຂອງ​ການ​ໂອ້​ລົມ​ສົນ​ທະ​ນາ​ລະ​ຫວ່າງ 2 ຝ່າຍ​​ໄດ້​ຖືກ​ປະ​ລາ​ໄຊ, ດັ່ງ​ນັ້ນ, ບໍ່​ສາ​ມາດ​ດຳ​ເນີນ​ການ​ໂອ້​ລົມ​ສົນ​ທະ​ນາ​ມີ​ລັກ​ສະ​ນະ​ສ້າງ​ສັນ​ໃນ​ວັນ​ທີ 10/10 ໄດ້. ທ່ານ​ນາງ Carrie Lam  ກໍ່​ຊີ້​ແຈ້ງວ່າ: ອຳ​ນາດ​ການ​ປົກ​ຄອງ ຮົງ​ກົງ ບໍ່​ຮອງ​ຮັບ​ການກ​ະທຳ​ເຕົ້າ​ໂຮມ​ກັນຢ່າງ​ຜິດ​ກົດ​ໝາຍ, ກໍ່​ໃຫ້​ເກີດ​ສະ​ພາບ​ລົດ​ຕິດ ແລະ ຮຽກ​ຮ້ອງ​ໃຫ້​ບັນ​ດາ​ນັກ​ເຄື່ອນ​ໄຫວ​ຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ “ຢືດ​ຄອງ​ໃຈ​ກາງ” ຢ່າງ​ຜິດ​ກົດ​ໝາຍນີ້.


ຂ່າວ/ບົດ​ອື່ນ