ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນອັນດີງາມ ຫວຽດນາມ- ລາວ

(VOVWORLD) -ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ - GCC ຈັດຂຶ້ນຢູ່ ປະເທດ ຊາອະດິ ອາຣັບບີ, ວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

ຮັກສາ, ເພີ່ມພູນຄູນສ້າງສາຍພົວພັນອັນດີງາມ ຫວຽດນາມ- ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ. ພາບ:VGP/Nhật Bắc

ທີ່ການພົບປະ, ນາຍົກລັດຖະມົນຕີ ທັງສອງທ່ານ ລ້ວນແຕ່ສະແດງຄວາມປິຕິຊົມຊື່ນກ່ຽວກັບບັນດາບາດກ້າວພັດທະນາຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ, ໄດ້ນຳມາເຊິ່ງປະສິດທິຜົນແທດຈິງໃຫ້ແກ່ປະຊາຊົນແຕ່ລະປະເທດ; ຢືນຢັນພ້ອມກັນຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອຮັກສາ, ເພີ່ມພູນຄູນສ້າງສາຍພົວພັນອັນດີງາມລະຫວ່າງ ຫວຽດນາມແລະລາວ ແລະຖ່າຍທອດໃຫ້ຄົນລຸ້ນຫລັງຂອງສອງປະເທດ. ນາຍົກລັດຖະມົນຕີ ທັງສອງທ່ານ ເນັ້ນຫນັກ ສາຍພົວພັນແບບພິເສດ ຫວຽດນາມແລະລາວ ແມ່ນຊັບສົມບັດອັນລ້ຳຄ່າ ຂອງສອງພັກ,ສອງຊາດ.

ສອງຝ່າຍເຫັນດີນຳກັນຈະມານະພະຍາຍາມຜັນຂະຫຍາຍຂໍ້ຕົກລົງຍຸດທະສາດການຮ່ວມມື ຫວຽດນາມ ແລະ ລາວ ໄລຍະ 2021 – 2030, ສັນຍາການຮ່ວມມືສອງຝ່າຍ ຫວຽດນາມ ແລະ ລາວ ໄລຍະ  2021 -2023 ແລະ ບັນດາຂໍ້ຕົກລົງຂັ້ນສູງ, ແຜນການຮ່ວມມືທີ່ໄດ້ລົງນາມໃນບັນດາຂົງເຂດ; ສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ ເພື່ອປັບປຸງການພົວພັນດ້ານການເມືອງໃຫ້ແຫນ້ນແຟ້ນກວ່າ, ສົມທົບກັນປົກປັກຮັກສາຄວາມສະຫງົບ,ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ, ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດປ້ອງກັນຄວາມສະຫງົບ, ປ້ອງກັນຕ້ານອາດຊະຍາກຳຂ້າມຊາດ ພິເສດແມ່ນອາດຊະຍາກຳຢາເສບຕິດ.                                                                                 
ນັກຂ່າວVOV ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ