ຮັກສາການພົບປະເຈລະຈາລະຫວ່າງ ຫວຽດນາມ - ອາເມລິກາ ຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ

ຮັກສາການພົບປະເຈລະຈາລະຫວ່າງ ຫວຽດນາມ - ອາເມລິກາ ຈະຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດ - ảnh 1
ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້
(ພາບຈາກອີນເຕີເນັດ)

(vovworld) – ວັນ​ທີ  17/4/2013, ​ເມື່ອ​ຕອບ​ສຳພາດ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ທີ່​ກ່ຽວຂ້ອງ​ເຖິງ​ການ​ພົບ​ປະ​ເຈລະຈາ ກ່ຽວ​ກັບ​ສິດທິ​ມະນຸດ​ລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ ຢູ່ ຮ່າ​ໂນ້ຍ​ໃນ​ໄລຍະ​ຜ່ານ​ມາ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ທ່ານ ​ເລືອ​ງ​ແທງ​ຫງີ້ ​ໃຫ້​ຮູ້​ວ່າ: ທີ່ການ​ພົບ​ປະ​ເຈລະຈາ, 2 ຝ່າຍ​ໄດ້​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ຢ່າງ​ກົງ​ໄປ​ກົງ​ມາ ກ່ຽວ​ກັບ​ບັນດາ​ບັນຫາ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ​ໃນ​ນັ້ນ​ມີ​ບັນດາ​ບັນຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ​ແຫ່ງ​ອຳນາດ​ນິຕິບັນຍັດ, ​ສິດເສລີ​ໃນ​ການ​ປາກ​ເວົ້າ, ​ສິດເສລີ​ໃນ​ການ​ເຊື່ອ​ຖື​ສາສະໜາ, ສິດ​ຂອງ​ຄົນ​ພິການ, ​​ຜູ້​ເປັນເພດ​ທີ 3, ສະພາບ​ການ​ປະຕິບັດ ​ແລະ ປົກ​ປ້ອງ​ບັນດາ​ສິດທິ​ມະນຸດ​ ຢູ່ ຫວຽດນາມ ​ແລະ ອາ​ເມ​ລິ​ກາ. ຝ່າຍ ຫວຽດນາມ ກໍ່​ໄດ້​ເປັນ​ເຈ​ົ້າການ​ສະໜອງ​ຂໍ້​ມູນ​ຂ່າວສານ, ​ເຮັດ​ແຈ້ງ​ຄວາມ​ຈິງ ກ່ຽວ​ກັບ​ບັນດາ​ຂໍ້​ມູນ​ທີ່​ຜິດ​ເຂ​ວ, ສ່ອງ​ແສງ​ບໍ່​ຖືກ​ກັບສະພາບ​ການ​ຕົວ​ຈິງ ຢູ່ ຫວຽດນາມ. ​​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ຄະນະ​ຮອງ​ຜູ້​ຊ່ວຍ​ວຽກ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Daniel Baer ​ໄດ້​ຮັບ​ຄວາມ​ເອື້ອ​ອຳນວຍ​ຄວາມ​ສະດວກ​ຈາກ​ຝ່າຍ ຫວຽດນາມ ​ໃນ​ການພົບ​ປະ​ບາງ​ບຸກຄົນ​ທີ່​ຝ່າຍ ອາ​ເມ​ລິ​ກາ ມີ​ຄວາມ​ສົນ​ໃຈ.

        ຕາມ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ເລືອ​ງ​ແທງ​ຫງີ້ ​ແລ້ວ, ​ເລື່ອງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ ຮັກສາ​ການ​ພົບ​ປະ​ເຈລະຈາ​ເປັນ​ປະຈຳ​ກ່ຽວ​ກັບ​ບັນດາ​ບັນຫາ, ​ໃນ​ນັ້ນ​ມີ​ບັນຫາ​ສິດທິ​ມະນຸດ, ບົນ​ພື້ນຖານ​ເປີ​ດເຜີຍ, ສ້າງສັນ, ສະ​ເໝີ​ພາບ ​ແລະ ​ເຄົາລົບ​ນັບຖື​ເຊິ່ງກັນ ​ແລະ ກັນ ຈະ​ປະກອບສ່ວນ​ເພີ່​ມທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ, ຊຸກ​ຍູ້​ການ​ຮ່ວມ​ມື, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ 2 ປະ​ເທດ.

 

ຂ່າວ/ບົດ​ອື່ນ