ຮັກສາບັນດາການເຄື່ອນໄຫວຜະລິດ, ສຳຫລວດ, ຂຸດຄົ້ນນ້ຳມັນອາຍແກັດໃຫ້ເປັນປົກກະຕິ

(VOVWORLD) -  ຕອນບ່າຍວັນທີ 10 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ ໄດ້ເຮັດວຽກກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ, ເພື່ອກຳແໜ້ນສະພາບການຜະລິດ, ດຳເນີນທຸລະກິດ, ການລົງທຶນພັດທະນາ ແລະ ຫັນບັນດາຫົວໜ່ວຍສະມາຊິກເປັນຫຸ້ນສ່ວນ.
ຮັກສາບັນດາການເຄື່ອນໄຫວຜະລິດ, ສຳຫລວດ, ຂຸດຄົ້ນນ້ຳມັນອາຍແກັດໃຫ້ເປັນປົກກະຕິ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີ່ງ (ພາບ: VGP)

        ທ່ານໄດ້ເນັ້ນໜັກເຖິງເລື່ອງກຸ່ມບໍລິສັດນ້ຳມັນອາຍແກັດແຫ່ງຊາດ ຫວຽດນາມ ມີພາລະກິດປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດ ແລະ ເປັນກຳລັງຫຼັກແຫຼ່ງດ້ານເສດຖະກິດໃນການສ້າງສາ ແລະ ພັດທະນາປະເທດ ຫວຽດນາມ ໃຫ້ເຂັ້ມແຂງແຮງກ້າ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຖືວ່າ ນີ້ແມ່ນໜຶ່ງໃນບັນດາເສົາຄ້ຳເສດຖະກິດຂອງປະເທດ, ປະຕິບັດບົດບາດເປັນເຄື່ອງມືດັດສົມເສດຖະກິດມະຫາພາກຂອງລັດຖະບານ, ປະກອບສ່ວນສຳຄັນເຂົ້າໃນການສ້າງລາຍຮັບເຂົ້າງົບປະມານແຫ່ງລັດ; ເຂົ້າຮ່ວມການປົກປັກຮັກສາອະທິປະໄຕທະເລໝູ່ເກາະຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ