ຮຸງກາຣີ ສະເໜີໃຫ້ ອີຢູ ເຈລະຈາສັນຕິພາບກັບ ລັດເຊຍ

(VOVWORLD) -ທ່ານນາຍົກລັດຖະມົນຕີ Orban ໃຫ້ຂໍ້ສັງເກດວ່າ, ບັນດາມາດຕະການລົງໂທດຂອງ ອີຢູ ທີ່ແນໃສ່ ລັດເຊຍ ແມ່ນບໍ່ມີຄຸນປະໂຫຍດ ແລະ ໃນຕົວຈິງ ອີຢູ ໄດ້ຮັບຜົນເສຍຫາຍຫຼາຍກວ່າ.
ຮຸງກາຣີ ສະເໜີໃຫ້ ອີຢູ ເຈລະຈາສັນຕິພາບກັບ ລັດເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຮຸງກາຣີ Vikor Orban
(ພາບປະກອບ: AFP/TTXVN)

ວັນທີ 15 ກໍລະກົດ, ໃນບົດກ່າວປາໄສໜຶ່ງ, ທ່ານນາຍົກລັດຖະມົນຕີ ຮຸງກາຣີ Vikor Orban ຖືວ່າ, ສະຫະພາບເອີລົບ (ອີຢູ) ຕ້ອງດຳເນີນການເຈລະຈາສັນຕິພາບກັບ ລັດເຊຍ ຍ້ອນສັນຕິພາບແມ່ນມາດຕະການແກ້ໄຂໜຶ່ງດຽວໃຫ້ແກ່ບັນດາບັນຫາເສດຖະກິດໃນປະຈຸບັນຂອງກຸ່ມ.

        ທ່ານນາຍົກລັດຖະມົນຕີ Orban ໃຫ້ຂໍ້ສັງເກດວ່າ, ບັນດາມາດຕະການລົງໂທດຂອງ ອີຢູ ທີ່ແນໃສ່ ລັດເຊຍ ແມ່ນບໍ່ມີຄຸນປະໂຫຍດ ແລະ ໃນຕົວຈິງ ອີຢູ ໄດ້ຮັບຜົນເສຍຫາຍຫຼາຍກວ່າ. ທ່ານ Vikor Orban ເນັ້ນໜັກວ່າ, ບັນດາມາດຕະການລົງໂທດຕ້ານ ລັດເຊຍ ນັ້ນເອງ ພວມເຮັດໃຫ້ເສດຖະກິດຂອງ ເອີລົບ ຕົກເຂົ້າສູ່ສະພາບຄວາມຫຍຸ້ງຍາກ, ພ້ອມທັງເຮັດໃຫ້ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ ແກ່ຍາວ.

ຕອບກັບ

ຂ່າວ/ບົດ​ອື່ນ