ຮັບປະກັນມະຕິຂອງສະພາແຫ່ງຊາດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ

ຮັບປະກັນມະຕິຂອງສະພາແຫ່ງຊາດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ - ảnh 1
(ກອງ​ປະຊຸມ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ)

(vovworld) -  ຕອນ​ເຊົ້າ​ວັນ​ທີ 04/02, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ບັນດາ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດຢູ່​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ​ຊຸດ​ທີ 13.

        ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ ກອງ​ປະຊຸມ​ເພື່ອ​ແນ​ໃສ່​ຮັບປະກັນ ​ແລະ ຍົກ​ສູງ​ຄຸນ​ນະພາ​ບວຽກ​ງານ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົນ ​ໃນ​ການ​ຮັບປະກັນ​ບັນດາ​​ແຜນ​ນະ​​ໂຍບາຍ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ ​ເຊິ່ງບັນດາ​ຂະ​ແໜງ​ການ​ທຸກ​ຂັ້ນ​ຊາບ​ຊືມ ​ແລະ ຜັນ​ຂະຫຍາຍ​ຢ່າງ​ທັນ​ການ, ນຳ​ມາ​ເຊິ່ງຜັນ​ປະ​ໂຫຍ​ດຢ່າງ​ແທດ​ຈິງ​ໃນ​ຊີວິດສັງຄົມ.

        “ຢາກ​ເຮັດໃຫ້ລັດຖະທຳ​ມະນູນ, ກົດໝາຍ, ມະຕິ​ຂອງ​ສະພາ​ແຫ່ງ​ຊາດ​​ກ້າວເຂົ້າ​ສູ່​ຊີວິດ​ການ​ເປັນ​ຢູ່ ຕ້ອງ​ເພີ່ມ​ທະວີ​ວຽກ​ງາ​ນຕິດຕາມ​ກວດກາ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ, ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ປະຊາຊົາທຸກ​ຂັ້ນ ​ເພື່ອ​ໃຫ້ລັດຖະບານ, ລະບົບ​ອຳນາດ​ການ​ປົກຄອງ​ປະຕິບັດ​ກົດໝາຍ​ຂອງ​ທົ່ວ​ປະ​ເທດ ຈັດ​ຕັ້ງ​ມະຕິ​ຂອງ​ພັກ, ລັດ ໝາຍ​ຄວາມ​ວ່າ​ສະພາ​ແຫ່ງ​ຊາດຕ້ອງ​ເຮັດ​ຄື​ແນວ​ໃດ ​ເພື່ອ​ຮັບປະກັນ​ບັນດາ​ເອກະສານ​ດັ່ງກ່າວ​ໄດ້​ຮັບ​ການ​ປະຕິບັດ​​ໃນ​ຊີວິດການເປັນຢູ່ຢ່າງ​ມີ​ໄຊ.”

        ທີ່​ກອງ​ປະຊຸມ, ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ ​ໄດ້​ຊຸມ​ໃສ່​ປຶກສາ​ຫາລື, ຊີ້​ແຈ້ງ​ໜ້າ​ທີ່​ຄວນເອົາ​ໃຈ​ໃສ່​ຕິດຕາມ​ກວດກາ ​​ວຽກ​ງານ​ຜັນ​ຂະຫຍາຍການ​ປະຕິບັດ​​ມະຕິຕ່າງໆ. ມີ​ຫຼາຍ​ຂໍ້​ສະ​ເໜີ ໃນ​ວິວັດ​ການ​ຕິດຕາມ​ກວດກາ, ບັນດາ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຕ້ອງ​ຊີ້​ແຈ້ງບັນດາອົງການ​ຈັດ​ຕັ້ງ​, ສ່ວນ​ບຸກຄົນຕ່າງໆ ​​ໃນ​ບົດ​ລາຍ​ງານຢ່າງລະອຽດ ​ເພື່ອ​ກຳນົດ​ໜ້າ​ທີ່​ຮັບຜິດຊອບ; ບໍ່​ພຽງ​ແຕ່​ຕີ​ລາຄາ, ຍົກ​ອອກໜ້າ​ທີ່ແບບລວມໆເທົ່ານັ້ນ. ບົນ​ພື້ນຖານ​ນັ້ນ, ມີ​ບົດ​ລາຍ​ງານ, ​ສະ​ເໜີ​ມາດ​ຕະການ​ຕ່າງໆ​ເພື່ອ​ຍົກ​ສູງ​ປະສິດ​ທິຜົນ, ຄຸນ​ນະ​ພາບ​ການ​ປະຕິບັດ​ມະ​ຕິ.

ຂ່າວ/ບົດ​ອື່ນ