ບັນດາ ສ.ສ.ຊ ປຶກສາຫາລືຢູ່ຕາມໜ່ວຍ
(baoquochoi)
|
(vovworld)- ປະກອບຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຊົມໃຊ້ຂໍ້ມູນຂ່າວສານໃນວາລະປະຊຸມສະພາແຫ່ງຊາດເມື່ອຕອນບ່າຍວັນທີ 24/3, ບັນດາ ສ.ສ.ຊ ໄດ້ຢືນຢັນສິດຊົມໃຊ້ຂໍ້ມູນຂ່າວສານແມ່ນສິດທິມະນຸດ, ສິດອັນເປັນພື້ນຖານຂອງພົນລະເມືອງ, ສ້າງຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງລັດ, ເປັນຕົ້ນແມ່ນໃນໄລຍະເຊື່ອມໂຍງເຂົ້າກັບເສດຖະກິດສາກົນ. ທ່ານ ເຈີນຫງອກວິງ ສ.ສ.ຊ ນະຄອນຫາຍຟ່ອງ ຖືວ່າ :
“ ຫົວໜ່ວຍ, ສ່ວນບຸກຄົນສະໜອງຂໍ້ມູນຂ່າວສານແມ່ນໄດ້ເປີດກ້ວາງຂໍ້ມູນຂ່າວສານ, ມີການເປີດເຜີຍ, ຈະແຈ່ງແຈ້ງ ແມ່ນຈະສາມາດປ້ອງກັນ ແລະ ຕ້ານສໍ້ລາດບັງຫຼວງ, ການຟຸມເຟື່ອຍ, ຄວາມຜິດພາດ. ເພາະການເປີດເຜີຍຂໍ້ມູນຂ່າວສານແມ່ນມາດຕະການເປັນຂໍ້ກຸນແຈ ປະຕິບັດຫຼັກການປະຊາຊົນຮູ້, ປະຊາຊົນເຮັດ, ປະຊາຊົນກວດກາ ”
ກ່ຽວກັບເປົ້າໝາຍທີ່ໄດ້ຮັບການສະໜອງຂໍ້ມູນຂ່າວສານ, ທ່ານເຈື່ອງຈ້ອງເງ້ຍ, ສ.ສ.ຊ ນະຄອນໂຮ່ຈິມິນ ມີຄຳເຫັນວ່າ :
“ ນີ້ແມ່ນສິດຂອງມະນຸດ, ດັ່ງນັ້ນເປົົ້າໝາຍຊົມໃຊ້ ຂໍ້ມູນຂ່າວສານ ບໍ່ພຽງແຕ່ແມ່ນຊາວຫວຽດນາມເທົ່ານັ້ນ, ຫາກຍັງແມ່ນຊາວຕ່າງເທດອີກດ້ວຍ. ຢູ່ນີ້ພວກເຮົາພຽງກຳນົດ ຊາວຕ່າງປະເທດພວມດຳລົງຊີວິດຢູ່ຫວຽດນາມ. ແຕ່ກໍຍັງມີຊາວຕ່າງປະເທດຫຼາຍຄົນຢູ່ຕ່າງປະເທດ ກໍຫວັງຢາກໄດ້ຮັບ ຂໍ້ມູນຂ່າວສານ ຈາກຫວຽດນາມເພື່ອລົງທຶນ, ທຳມາຄ້າຂາຍ. ພວກຂ້າພະເຈົ້າສະເໜີຄວນກຳນົດຢ່າງຈະແຈ້ງໃນກົດໝາຍ ”