ຮັບປະກັນແຫຼ່ງທຶນເພື່ອພັດທະນາເສດຖະກິດສັງຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ

ຮັບປະກັນແຫຼ່ງທຶນເພື່ອພັດທະນາເສດຖະກິດສັງຄົມເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ - ảnh 1
ກອງ​ປະຊຸມຄະນະ​ຊີ້​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​
ເຂດ​ທົ່ງພຽງ​ແມ່​ນ້ຳຂອງາທາງ​ພາກ​ໃຕ້​ຫວຽດນາມ
(ພາບ: chinhphu.vn)


(vovworld) - ວັນ​ທີ 18/07, ຢູ່​ນະຄອນ​ເກີນ​ເທີ, ​ໄດ້​ຈັດກອງ​ປະຊຸມຄະນະ​ຊີ້​ນຳ​ເວທີ​ປາ​ໄສ​ຮ່ວມ​ມື​ດ້ານ​ເສດຖະກິດ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງາທາງ​ພາກ​ໃຕ້​ຫວຽດນາມ (MDEC) 2013 ​ແລະ ຄະນະ​ຊີ້​ນຳ​ສົ່ງ​ເສີມ​ການ​ລົງທຶນ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ປີ 2013. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນ​ນິງ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​​ໃຕ້ ຮຽກຮ້ອງ​ໃຫ້​ບັນດາ​ແຂວງ, ນະຄອນ​ໃນ​ເຂດ ຕ້ອງ​ສ້າງ​ທຸກ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ, ບັນດາ​ທະນາຄານ, ບັນດາ​ນັກ​ລົງທຶນ​ທີ່​ໄດ້​ຈົດ​ທະບຽນ​ເຂົ້າ​ໃນ​ບັນດາ​ໂຄງການ, ໜູນ​ຊ່ວຍ​ການ​ຮັບປະກັນ​ຊີວິດ​ສັງຄົມ ປະຕິບັດ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ຈົດ​ທະບຽນ​ເປັນ​ຢ່າງ​ດີ ​ເພື່ອ​ຮັບປະກັນ​ແຫຼ່ງທຶນ​ປະຕິບັດ​ບັດ​ດາ​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ບັນດາ​ໂຄງການ​ຮັບປະກັນ​ຊີວິດ​ສັງຄົມ​ຢູ່​ທ້ອງ​ຖິ່ນ. ຄຽງ​ຂ້າງ​ນັ້ນ, ສືບ​ຕໍ່​ຂົນຂວາ​ຍການ​ໜູນ​ຊ່ວຍ​ແຫຼ່ງທຶນ​ໃຫ້​ແກ່​ກອງ​ທຶນ​ຮັບປະກັນ​ຊີວິດ​ສັງຄົມ​ໃນ​ເຂດທົ່ງພຽງ​ແມ່​ນ້ຳຂອງ ທາງ​ພາກ​ໃຕ້​ຫວຽດນາມ ປີ 2013 ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ເວທີ​ປາ​ໄສ, ສົມທົບ​ກັບ​ບັນດາ​ອົງການ​ສູນ​ກາງ, ວິ​ສາ​ຫະກິດ ​ແລະ ບັນດາ​ທ້ອງ​ຖິ່ນ​​ໃນເຂດ​ທົ່ງພຽງ​ແມ່​ນ້ຳຂອງທາງ​ພາກ​ໃຕ້​ຫວຽດນາມ ຍູ້​ແຮງຄວາມ​ຄືບ​ໜ້າ​ບັນດາ​ກິດ​ກະ​ກຳ​ເຊິ່ງ​ໄດ້​​ເລີ່​ມລົງມື​ກໍ່ສ້າງ​ຈາກ​ແຫຼ່ງທຶນ​ຮັບປະກັນ​ຊີວິດ​ສັງ​ຄົມ ​ເພື່ອ​ຮັບປະກັນ​ປະ​ສິດທິ​ຜົນ, ​ເປີດ​ເຜີຍ ​ແລະ ກະຈ່າງ​ແຈ້ງ.
ຂ່າວ/ບົດ​ອື່ນ