ອັດຕາແລກປ່ຽນເງິນດົງຫວຽດນາມກັບເງິນຕາຕ່າງປະເທດເປັນປົກກະຕິ (ພາບ : kinhte.com)
|
(Vovworld)- ພື້ນຖານເສດຖະກິດຫວຽດນາມປີ 2013 ມີສັນຍານຟື້ນຕົວຄືນ. ດັດຊະນີເສດຖະກິດມະຫາພາກໄດ້ຮັບການປົວແປງຕາມທິດປົກກະຕິກ່ວາ. ໄພເງິນເຟີ້ໄດ້ຖືກຄວບຄຸມ, ຈຳນວນເງິນຕາຕ່າງປະເທດສະສົມໄດ້ເພີ່ມຂຶ້ນສູງ, ອັດຕາແລກປ່ຽນເງິນຫວຽດນາມກັບເງິນຕາຕ່າງປະເທດເປັນປົກກະຕິ. ນີ້ແມ່ນບັນດາຂໍ້ສັງເກດຂອງບັນດາຜູ້ແທນທີ່ວາລະປະຊຸມຄົບຄະນະຂອງກຳມາທິການເສດຖະກິດ ສະພາແຫ່ງຊາດຫວຽດນາມເທື່ອທີ 9 ຊຶ່ງດຳເນີນໃນຕອນເຊົ້າວັນທີ 28/9 ທີ່ນະຄອນເຫ້ວ. ບັນດາຜູ້ແທນທີ່ເຂົ້າຮ່ວມຖືວ່າ ກ້າວເຂົ້າສູ່ປີ 2014, ຄາດຄະເນວ່າ ຮູບພາບລວມຊອງພື້ນຖານເສດຖະກິດຫວຽດນາມ ຈະສະຫວ່າງສະໄຫວກ່ວາ, ລະດັບເພີ່ມ GDP ແມ່ນປະມານ 5,5% ແລະ CPI ເພີ່ມປະມານ 7%, ໃນນັ້ນຂົງເຂດບໍລິການ, ຄາດຄະເນວ່າ ມີລະດັບເຕີບໂຕສູງສົມຄວນ.