ຮັບເອົາຄຳເຫັນໃສ່ຮ່າງບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະກັນສຸຂະພາບ

ຮັບເອົາຄຳເຫັນໃສ່ຮ່າງບົດລາຍງານຕິດຕາມກວດກາການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການປະກັນສຸຂະພາບ - ảnh 1
ການຮັບ​ເອົາ​ຄຳ​ເຫັນ​ໃສ່​ຮ່າງ​ບົດ​ລາຍ​ງານ​ຕິດຕາມ​ກວດກາ​ການ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ປະກັນ​ສຸຂະພາບ

(vovworld) – ຕອນ​ເຊົ້າ​ວັນ​ທີ 20/8, ຢູ່ ຮ່າ​ໂນ້ຍ, ຄະນະ​ຕິດ​ຕາມ​ກວດກາ​ຂອງ​ຄະນະ​ປະຈຳ​ສະພາ​​ແຫ່ງ​ຊາດ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຮັບ​ເອົາ​ຄຳ​ເຫັນ​​ໃສ່​ຮ່າງ​ບົດ​ລາຍ​ງານ​ໝາກຜົນ​ການ​ຕິດຕາມ​ກວດກາ​ເລື່ອງ​ປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ການ​ປະກັນ​ສຸຂະພາບ ​ໄລຍະ 2009 – 2012 ​ແລະ ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ​ (ສະບັບ​ປັບປຸງ). ຜ່ານ​ໄລຍະ 20 ປີ, ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ, ວຽກ​ງານ​ປິ່ນປົວ​ພະຍາດ​ຕາມ​ການ​ປະກັນ​ສຸ​ຂະ​ພາບນັບ​ມື້​ນັບ​ຮອບດ້ານ, ພິ​ເສດ​ແມ່ນ​ນັບ​ແຕ່​ເມື່ອ​ມີ​ກົດໝາຍ​ວ່າ​ດ້ວຍ​ການ​ປະກັນ​ສຸຂະພາບ, ວຽກ​ງານ​ກວດກາ ປິ່ນປົວ​ພະຍາດ​ຕາມ​ບັດ​ປະກັນ​ສຸຂະພາບ​ນັບ​ມື້​ນັບ​ມີ​ປະສິດທິ​ຜົນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ນະ​ໂຍບາຍ​ກົດໝາຍ​ກ່ຽວ​ກັບ​ການ​ປະກັນ​ສຸຂະພາບ​ຍັງ​ມີ​ສິ່ງ​ຈຳກັດ​ຫຼາຍ​ຢ່າງ. ທ່ານ​ນາງ ບຸ​ຍທິອານ, ສສຊ ນະຄອນ ຮ່າ​ໂນ້ຍ, ຖື​ວ່າ:

    “ວຽກ​ງານ​ກວດກາ, ຕີ​ລາຄາ​ຍັງ​ອ່ອນ​ດ້ອຍ​ຢູ່ ດັ່ງ​ນັ້ນ​ຍັງ​ເກີດ​ສະພາບ​ບັນດາ​ຮາກ​ຖານ​ມີ​ບັນດາ​ເຄື່ອງອຸປະກອນ​ການ​ແພດ​ນຳໃຊ້ປົກກະຕິ, ​ແຕ່​ບັນດາ​ໂຮງໝໍ​ອື່ນ​ບໍ່ຮັບ​ຮູ້​ໝາກຜົນ​ຂອງ​ການ​ວິ​ໄຈ, ອັນໄດ້ກໍ່​ໃຫ້​ເກີດ​ການ​ສິ້ນ​ເປືອງເງິນຂອງ​ປະຊາຊົນ. ຂ້າພະ​ເຈົ້າ​ຖື​ວ່າ: ຫັນ​ວຽກງານມາເປັນຂອງ​ສັງຄົມ​ແມ່ນ​ຈຳ​ເປັນ​ແຕ່​ຄວນ​ກວດກາ, ຊຸກຍູ້, ຕີ​ລາຄາ​ໃຫ້​ກະຈ່າງ​ແຈ້ງ, ປອດ​ໄສ​ໃຫ້​ຖືກ​ຕ້ອງ​ເພື່ອ​ຮັບ​ໃຊ້​ປະຊາຊົນ, ​ເພື່ອ​ໃຫ້​ໂຮ​ງໝໍ​ທຸກ​ແຫ່ງ​ສາດ​ມາດ​ຮັບ​ຮູ້​ໄດ້.”

    ສສຊ ຫຼາຍ​ຄົນ​ກໍ່​ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ​ຄວນ​ສືບ​ຕໍ່​ກຳນົດ​ທິດ​ບັດ​ປະກັນ​ສຸຂະພາບ​ທົ່ວ​ປວງ​ຊົນ, ຫັນ​ລາຍ​ຈ່າຍ​ງົບປະມານ​ແຫ່ງ​ລັດ​ໃຫ້​ບັນດາ​ໂຮງໝໍ ມາ​ເປັນ​ການໜູນ​ຊ່ວຍ​ປະຊາຊົນ​ເຂົ້າ​ຮ່ວມ​ບັດ​ປະກັນ​ສຸຂະພາບ​ເທື່ອ​ລະ​ກ້າວ. ຕອນ​ບ່າຍ​ວັນ​ດຽວ​ກັນ, ກອງ​ປະຊຸມ​ສືບ​ຕໍ່​ເຮັດ​ວຽກ, ປະກອບ​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ປະກັນ​ສຸຂະພາບ ສະບັບ​ປັບປຸງ.

 

ຂ່າວ/ບົດ​ອື່ນ