ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ຍາວ​ນານ​ກ່ຽວ​ກັບ​ການ​ສະ​ໜອງວັກ​ຊິນ​ຢູ່ ຫວຽດ​ນາມ

(VOVWORLD) -ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.
ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ແລະ ຍາວ​ນານ​ກ່ຽວ​ກັບ​ການ​ສະ​ໜອງວັກ​ຊິນ​ຢູ່ ຫວຽດ​ນາມ - ảnh 1ພິທີ ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ
(ພາບ: dantri.com.vn)

ວັນທີ 11 ພຶດສະພາ, ຢູ່ນະຄອນ ໂຮ່ຈີມິນ, ກຸ່ມບໍລິສັດການຢາແຖວໜ້າໂລກ GlaxoSmithKline – GSK (ແບນຊິກ) ແລະ ລະບົບສູນສັກວັກຊິນ VNVC ໄດ້ລົງນາມບົດບັນທຶກຊ່ວຍຈຳການຮ່ວມມືຍຸດທະສາດຮອບດ້ານ ແລະ ຍາວນານ ກ່ຽວກັບການສະໜອງວັກຊິນ, ເປີດກວ້າງກາລະໂອກາດເພື່ອໃຫ້ VNVC ນຳວັກຊິນຊະນິດໃໝ່, ວັກຊິນຫາຍາກມາສັກໃຫ້ປະຊາຊົນ ຫວຽດນາມຊ່ວຍກັນພະຍາດຕິດແປດ, ຫຼີກລ້ຽງຄວາມສ່ຽງເກີດໂລກລະບາດຊ້ອມກັນ.

ແລະກໍ່ໃນເຫດການນີ້, ກຸ່ມບໍລິສັດການຢາ GSK ໄດ້ຈັດຕັ້ງພິທີເປີດຕົວບໍລິສັດ GSK ຫວຽດນາມ, ສ້າງຂີດໝາຍໃນການມີໜ້າຢ່າງເປັນທາງການ ແລະ ຄຳໝັ້ນສັນຍາຈະລົງທຶນຍາວນານຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ