ຮ່ວມແຮງຮ່ວມໃຈປ້ອງກັນຕ້ານການສໍ້ລາດບັງຫລວງເພື່ອການພັດທະນາ

ຮ່ວມແຮງຮ່ວມໃຈປ້ອງກັນຕ້ານການສໍ້ລາດບັງຫລວງເພື່ອການພັດທະນາ - ảnh 1
ທ່ານ ຮີ່ງ​ຟອງ​ແຈງ, ຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ
ພາບ:thanhtra.com.vn

(vovworld)-​ຕອນ​ເຊົ້າ​ວັນ​ທີ 9/12, ຢູ່​ຮ່າ​ໂນ້ຍ, ​ ​ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ສາ​ກົນ(9/12), ອົງ​ການກວດ​ການ​ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ສົນ​ທະ​ນາ ພາຍ​ໃຕ້​ຫົວ​ເລື່ອງວ່າ: “ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ,ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ເພື່ອ​ການ​ພັດ​ທະ​ນາ” ແລະ ວາງ​ສະ​ແດງ​ບັນ​ດາ​ສິ່ງ​ພິມ​ກ່ຽວ​ກັບ​ການ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ​ໃນ​ຂອບ​ເຂດ​ປະ​ເທດ, ພາກ​ພື້ນ ແລະ ສາ​ກົນ. ທີ່​ການ​ພົ​ບ​ປະ​ສົນ​ທະ​ນາ, ບັນ​ດາ​ຄຳ​ເຫັນ​ປະ​ກອບ​ລ້ວ​ນ​ແຕ່​ຖື​ວ່າ: ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ຄວນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ, ພາກ​ສ່ວນ​ໃນ​ສັງ​ຄົມ, ພິ​ເສດ​ແມ່ນ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ໃນ​ວົງ​ຄະ​ນາ​ຍາດ. ກ່າ​ວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ສົນ​ທະ​ນາ, ທ່ານ ຮີ່ງ​ຟອງ​ແຈງ, ຫົວ​ຫນ້າ​ອົງ​ການກວດ​ກາ​ລັດ​ຖະ​ບານ​ ເນັ້ນ​ຫນັກ​ວ່າ:

        “ໃນ​ໄລ​ຍ​ະ​​ຜ່ານ​ມາ, ວຽກ​ງານ​ປ້ອງ​ກັນ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງບໍ່​ທັນ​ຕອບ​ສະ​ຫນອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ໄດ້. ສະ​ນັ້ນ ພວກ​ຂ້າ​ພ​ະ​ເຈົ້າ​ເຫັນ​ວ່າ ໄລ​ຍະ​ຈະ​ມາ​ເຖິງ ຄວນ​ສືບ​ຕໍ່​ສ້າງ​ກົດ​ໝາຍ, ກົນ​ໄກ​ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ເອົາ​ໃຈ​ໃສ່​ເຖິງ​ຂົງ​ເຂດ​ສະ​ດຸ້ງ​ໄວ​ເຄີຍ​ເກີດ​ການ​ສໍ້​ລາດ​ບັງ​ຫລວງ. ຄຽງ​ຄູ່​ກັນ​ນັ້ນ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ​ເຫດ​ຕາມ​ທິດ​ແທດ​ຈິງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.”

ຂ່າວ/ບົດ​ອື່ນ