( vovworld ) - ຕອນບ່າຍວັນທີ 21/5, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ໄດ້ໃຫ້ການຕ້ອນຮັບທ່ານ John Wolf, ປະທານບໍລິຫານກອງທຶນການສຶກສາ Eisenhower Fellowship ( ອາເມລິກາ ) ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ Hoang Trung Hai ຊົມເຊີຍກອງທຶນການສຶກສາ Eisenhower Fellowship ເຊິ່ງໄດ້ເປີດກ້ວາງໂຄງການຢູ່ຫວຽດນາມ ແລະ ຖືວ່າ ນີ້ແມ່ນໂຄງການທີ່ຈະປະກອບສ່ວນພັດທະນາແຫຼ່ງຊັບພະຍາກອນມະນຸດ, ເພາະສະນັ້ນ ລັດຖະບານຫວຽດນາມ ຈະສ້າງເງື່ອນໄຂດີທີ່ສຸດໃນການຜັນຂະຫຍາຍໂຄງການໃນອະນາຄົດ. ທ່ານປະທານ John Wolf ໄດ້ສະແດງຄວາມປາດຖະໜາຢາກເຊີນບັນດາຜູ້ອອກສະໝັກທີ່ມີເງື່ອນໄຂຢ່າງພຽງພໍຂອງ ຫວຽດນາມ ເຂົ້າຮ່ວມໂຄງການທີ່ສະຫງວນໃຫ້ແກ່ພາກພື້ນອາຊີຕາເວັນອອກສຽງໃຕ້ ຂອງກອງທຶນ. ກອງທຶນການສຶກສາ Eisenhower Fellowship ແມ່ນອົງການບໍ່ຂຶ້ນກັບລັດຖະບານ, ບໍ່ຫວັງຜົນປະໂຫຍດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນແຕ່ປີ 1953 ເພື່ອແນໃສ່ສະເຫຼີມສະຫຼອງວັນຄ້າຍວັນເກີດຂອງທ່ານປະທານາທິບໍດີ Dwight Eisenhower ຢູ່ທຳນຽບຂາວ. ແຫຼ່ງທຶນຂອງກອງທຶນໂດຍສ່ວນປຸກຄົນ, ອົງການ, ວິສາຫະກິດອາເມລິກາ ປະກອບສ່ວນ. ນັບແຕ່ເມື່ອສ້າງຕັ້ງມາຮອດປະຈຸບັນ, ກອງທຶນໄດ້ຊ່ວຍເໜືອກວ່າ 2.000 ຄົນ ຢູ່ 100 ປະເທດ, ໃນນັ້ນຢູ່ພາກພື້ນອາຊີຕາເວັນອອກສຽງໃຕ້ແມ່ນເກືອບ 200 ຄົນ.