ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຄະນະຜູ້ແທນ VAORRC

ຮອງນາຍົກລັດຖະມົນຕີ Nguyen Thien Nhan ຕ້ອນຮັບຄະນະຜູ້ແທນ VAORRC - ảnh 1
ທ່ານນາງ Susan M.Schnall ແລະ ທ່ານ Nguyen Thien Nhan
(ພາບ: ສຳນັກຂ່າວສານຫວຽດນາມ)

(vovworld) - ຕອນ​ບ່າ​ຍວັນ​ທີ 8/6, ຢູ່ ຮ່າ​ໂນ້ຍ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Thien Nhan ​ໄດ້​ມີ​ການ​ຕ້ອນຮັບ​ຄະນະ​ພະນັກງານ ສາ​ມາ​ຄົມ​ວິທະຍາສາດ ​ແລະ ສຸຂະພາບ​ວົງ​ຄະນະ​ຍາດ​ຂອງ ອາ​ເມ​ລິ​ກາ ສັງ​ກັດຄະນະ​ຂົນ​ຂວາ​ຍ​ຊ່ວຍ​​ເຫຼືອບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ພິດ​ສີ​ສົ້ມ/ ດີ​ໂອ​ຊີ​ນ ຫວຽດນາມ (ຫຼື VAORRC) ​ໂດຍ​ທ່ານ​ນາງ Susan M.Schnall ນຳ​ໜ້າ ພວມ​ມີ​ການ​​ເຮ​ັດວຽກ​ ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ​ເນັ້ນ​ໜັກ​ວ່າ: ບັນດາ​ຜົນ​ຮ້າຍ​ໂດຍ​ທາດ​ພິດ​ສີ​ສົ້ມ ​ກໍ່​ຂຶ້ນໃນ​ສົງຄາມ​ຢູ່​ຫວຽດນາມ, ​ເຮັດ​​ໃຫ້​ປະ​ຊາ​ຊົນ​ຫວຽດນາມ ນັບ​ລ້ານ​ຄົນຕິດທາດ​ພິດ ​ໄດ້ ​ແລະ ພວມ​ສົ່ງ​ຜົນ​ສະທ້ອນ​ເຖິງ​ລຸ້ນລູກ, ລຸ້ນຫຼານ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ ​ແລະ ຍັງບໍ່​ທັນ​ຮູ້​ຢາມ​ໄດ​ຈະ​ສິ້ນ​ສຸດ.

ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Thien Nhan ກໍ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ລັດຖະບານ​ຫວຽດນາມ ພວມ​ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​​ໂຄງການ​ຟື້ນ​ຟູ​ສຸຂະພາບ ​ໂດຍ​ອີງ​ໃສ່​ວົງ​ຄະນະ​ຍາດ ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາ​ດພິ​ດ​ເຄມີ ທີ່ ​ອາ​ເມ​ລິ​ການ ນຳ​ໃຊ້​ໃນ​ປາງ​ສົງຄາມຢູ່​ຫວຽດນາມ. ທ່ານ ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ບັນດາ​ນັກວິທະຍາສາດ ອາ​ເມ​ລິ​ກາ ດ້ວຍ​ການ ​ໄຈ້​ແຍ​ກ, ຕີ​ລາຄາ​ດ້ານ​ວິທະຍາສາດຢ່າງ​ລະອຽດ ​ເພື່ອ​ມີ​ຂໍ້​ມູນ​ລະອຽດ ​ເປັນ​ພື້ນຖານ​​ ​ເພື່ອ​ສະ​ເໜີ​ບັນດາ​ອົງການຂຶ້ນ​ກັບ​ລັດຖະບານ, ບໍ່​ຂຶ້ນ​ກັບ​ລັດຖະບານ ​ອາ​ເມ​ລິ​ກາ ພິຈາລະ​ນະ ຢ່າງ​ຮອບດ້ານ ​ເພື່ອ​ແກ້​ໄຂ​ສິ່ງ​ແວດ​ລ້ອມ ​ແລະ ຟື້ນ​ຟູ​ສຸຂະພາບ​ໃຫ​​້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາດ​ທາດ​ຜິດ​ສີ​ສົ້ມ ຢູ່​ຫວຽດນາມ.

ທ່ານ​ນາງ Susan Schnall, ຫົວໜ້າ​ຄະນະ​ຂົນຂວາຍ​ຄວາມຮັບຜິດຊອບ ​ແລະ ຊ່ວຍ​ເຫຼືອ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ​ຫວຽດນາມ (ຫຼື VAORRC) ​ໃຫ້​ຮູ້​ວ່າ: ຈຸດປະສົງ​ຂອງ​ຄະນະ​ເມືອ​ມາ​ຫວຽດນາມ ​ແມ່ນ​ເພື່ອ​ແນ​ໃສ່​ພົບ​ປະ​ກັບ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ, ສຳ​ຫຼວດ​ໂດຍ​ກົງ​ສະພາບ​ຕົວ​ຈິງ ກ່ຽວ​ກັບ​ຜົນ​ຮ້າຍ​ຂອງ​ທາດ​ຜິດ​ສີ​ສົ້ມ  ​ແລະ ສຳ​ຫຼວດທາດ​ພິດ​ສີ​ສົ້ມ​ຍັງ​ຕິດ​ຄ້າງ​ໃຕ້​ດິນ. ທ່ານ​ນາງ Susan Schnall ກໍ​ຢືນຢັນ​ຈະ​ສືບ​ຕໍ່​ບັນດາ​ຄວາມ​ມານະ​ພະຍາຍາມ​ທີ່​ພວມ​ປະຕິບັດ ​ເພື່ອ​ຍົກ​ສູງ​ສະຕິ​ຂອງ​ວົງ​ຄະນະ​ຍາດ, ດຳ​ເນີນ​ການ​ຂົນຂວາຍ ກ່ຽວ​ກັບ​ດ້ານ​ນິຕິ​ກຳ ​ໃນ​ສະພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ ​ໃນ​ການ​ຕໍ່ສູ້​ທວງ​ເອົາ​ຍຸດຕິ​ທຳ​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ທາດ​ຜິດ​ສີ​ສົ້ມ ດີ​ໂອ​ຊີ​ນ ຫວຽດນາມ.

ຂ່າວ/ບົດ​ອື່ນ