ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບ ລັດຖະມົນຕີກະຊວງອຸດສະຫະກຳ ການຄ້າລາວ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບ ລັດຖະມົນຕີກະຊວງອຸດສະຫະກຳ ການຄ້າລາວ - ảnh 1
ທ່ານ ນາມ ວິຍະເກດ ແລະ ທ່ານ Nguyen Xuan Phuc
(ພາບ:VGP/Le Son)

(vovworld) - ວັນ​ທີ 4/5, ຢູ່​ສຳນັກງານ​ລັດຖະບານ, ​ໃນ​ການ​ຕ້ອນຮັບ​ທ່ານລັດຖະມົນຕີກະຊວງ ອຸດສາຫະກຳ - ການ​ຄ້າ ລາວ ນາມ ວິ​ຍະ​ເກດ ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ຢືນຢັນ​ວ່າ: ຍາມ​ໃດລັດຖະບານ​ຫວຽດນາມ ​ກໍ​ຖື​​ການ​ພົວພັນ​ຮ່ວມ​ມື​ຢ່າງຮອບດ້ານ​ກັບ ລາວ ເປັນ​ສຳຄັນ, ​ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ. ລັດຖະບານ​ຫວຽດນາມ ກໍ​ມີ​ແຜນ​ນະ​ໂຍບາຍ​ສະໜັບສະໜູນ​ບັນ​ດາ​ກະຊວງ, ຂະ​ແໜງ​ການ​ຂອງ 2 ປະ​ເທດ ​ເພີ່ມ​ທະວີ​ການ​ພົວພັນຮ່ວມ​ມື, ​ແລກປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ດາ​ບັນຫາ, ມາດ​ຕະການ​ລະອຽດ ​ເພື່ອ​ແນ​ໃສ່ ​ແກ້​ໄຂ​ບັນດາ​ຄວາມ​ຫຍຸ້​ງຍາກ, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ​ພັດທະນາ​ການ​ຮ່ວມ​ມື, ດຳ​ເນີນ​ທຸລະ​ກິດ, ຂຸດ​ຄົ້ນ​ທ່າ​ໄດ້​ປຽບ, ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ, ຕອບ​ສະໜອງ​ບັນ​ດາ​ຈຸດໝາຍ​ ທີ່​​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ​ໄດ້​ວາງ​ອອກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ​ສະ​ເໜີ​ໃຫ້​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ​ລາວ ສືບ​ຕໍ່​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະກິດ​ລົງທຶນ, ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ. ທ່ານ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ - ການ​ຄ້າ ລາວ ນາມ ວິ​ຍະ​ເກດ ​ໄດ​້​ແຈ້ງ​ໝາກຜົນ​ການ​ເຮັດ​ວຽກ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ຫວຽດນາມ​ມຸ້ງ​ໄປ​ເຖິງ​ຄາດໝາຍສ້າງ​ວົງ​ເງິນ​ການ​ຄ້າ 2 ປະ​ເທດ ບັນລຸ 1 ຕື້ USD ​ໃນ​ປີ 2012 ນີ້ ​ແລະ ບັນລຸ 2 ຕື້ USD ​ໃນ​ປີ 2015. ທ່ານ ນາມ ວິ​ຍະ​ເກດ ຕີ​ລາຄາ​ສູງ ບັນດາ​ວິ​ສາ​ຫະກິດ​ຫວຽດນາມ​ລົງທຶນ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ, ພ້​ອມທັງ​ຢືນຢັນ​ຈະ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຢູ່​ລາວ.

ຂ່າວ/ບົດ​ອື່ນ