ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຮອງປະທານສະພາລັດຖະມົນຕີກູຍບາ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຕ້ອນຮັບຮອງປະທານສະພາລັດຖະມົນຕີກູຍບາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc
ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ, ລັດຖະບານ ສ.ກູ​ຍບາ
(ພາບ: chinhphu.vn)

(vovworld) -     ຕອນ​ບ່າຍ​ວັນ​ທີ 8/10, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພັກ, ລັດຖະບານ ສ.ກູ​ຍບາ ​ໂດຍກຳມະການ​ກົມ​ການ​ເມືອງ, ຮອງ​ປະທານສະພາ​ລັດຖະມົນຕີ​ກູຍບາ ທ່ານ Marino Murillo Jorge ນຳ​ໜ້າ, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ​ Nguyen Xuan Phuc ໄດ້​ສະ​ແດງ​ຄວາມ​ປິ​ຕິ​ສົມ​ຊື່ນ​ຕໍ່​ບັນດາ​ຜົນງານ​ອັນໃຫຍ່​ຫຼວງ​ເຊິ່ງກູ​ຍບາ ບັນລຸ​ໄດ້, ພ້ອມ​ທັງຢືນຢັນ​ວ່າ ລັດຖະບານ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາ​ດຂອງ​ຕົນ​ເພື່ອ​ພ້ອມ​ກັບ​ຝ່າຍ​ກູ​ຍບາ ຜັນ​ຂະຫຍາຍ​ການ​ປະຕິບັດບັນດາ​ຂໍ້​ຕົກລົງ​ຂອງການ​ນຳ​ຂັ້ນ​ສູງສອງ​ປະ​ເທດຢ່າງ​ມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖມະ​ນົຕີ ​ກໍສະ​ເໜີ​ວ່າ ລັດຖະບານສອງ​ປະ​ເທດຈະພ້ອມ​ກັນສົມທົບ, ຄົ້ນຄວ້າ​ຊອກ​ຫາ ​ແລະ ສະ​ເໜີ​ບັນດາກົນ​ໄກ, ມາດ​ຕະການ​ຮ່ວມ​ມືໃໝ່​​ທີ່ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ ​ແລະ ກູ​ຍບາ ​ເພື່ອ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທ່ານ​ຮອງ​ນາຍົກລັດຖມະ​ນົຕີ​ຢືນຢັນ​ວ່າ ຫວຽດນາມ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປັບປຸງ, ພັດທະນາ​ສາຍ​ພົວພັນ​ສາມັກ​ຄີຖານ​ອ້າ​ນນ້ອງ, ການ​ຮ່ວມ​ມື​ຢ່າງຮອບດ້ານ, ຄວາມ​​ໄວ້​ເນື້ອ​ເຊື່ອ​ໃຈ​​ເຊິ່ງກັນ ​ແລະ ກັນລະຫວ່າງ​ສອງ​ພັກ, ສອງ​ລັດ ​ແລະ ປະຊາຊົນ​ສອງ​ປະ​ເທດ​, ​ປະກອບ​ສ່ວນ​ສ້າງ​​ສັງຄົມ​ນິຍົມ​ຢູ່​ແຕ່ລະ​ປະ​ເທດ.

ຂ່າວ/ບົດ​ອື່ນ