ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ອົດສະຕາລີ

ຮອງນາຍົກລັດຖະມົນຕີ Nguyen Xuan Phuc ຢ້ຽມຢາມ ອົດສະຕາລີ - ảnh 1
ທ່ານຮອງນາຍົກລັດຖະມົນຕີ Nguyen Xuan Phuc ແລະ ທ່ານນາງນາຍົກລັດຖະມົນຕີ Julia Gillard
(ພາບ: chinhphu.vn)

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ຄັງ​ເງິນ ອົດ​ສະ​ຕາ​ລີ Wayne Swan, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ Nguyen Xuan Phuc ​ໄດ້​ນຳ​ໜ້າ​ຄະນະ​ຜູ້​ແທນ​​ເຈົ້າ​ໜ້າ​ທີ່ຫວຽດນາມ ​ໄດ້​ໄປ​ຍັງ Canberra, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ ອົດ​ສະ​ຕາ​ລີ ​ແຕ່​ວັນ​ທີ 9 – 14/4 ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 10/4, ຢູ່ Canberra, ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກທ່ານ​ນາງ​ນາ​ຍົກ​ລັດຖະມົນຕີ ອົດ​ສະ​ຕາ​ລີ Julia Gillard. ທ່ານ​ນາງ​ນາຍົກລັດຖະມົນຕີ Gillard ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ Nguyen Xuan Phuc ຕີ​ລາຄາ​ສູງ​ປະສິດທິ​ຜົນ​ຂອງ​ບັນດາ​ກົນ​ໄກ​ຮ່ວມ​ມື 2 ຝ່າຍ. ການ​ນຳ 2 ປະ​ເທດ​ເນັ້ນ​ໜັກ​ວ່າ: ຄວນ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​​ຂັ້ນ​ຕ່າງໆ, ມານະ​ພະຍາຍາມ​ຊຸກ​ຍູ້​ການ​ພົວພັນ​ຮ່ວມ​ມື​ດ້ານເສດ​ຖະກິດ, ການ​ຄ້າ, ການ​ລົງທຶນ ກໍ​ຄື​​ຍູ້​ໄວ​ການ​ປະຕິບັດ​ໂຄງການ​ເຄື່ອນ​ໄຫວ​ຫວຽດນາມ - ອົດ​ສະ​ຕາ​ລີ​ ​ໄລຍະ 2010 – 2013 ​ແລະ ມີ​ບັນດາ​ມາດ​ຕະການ​ຕ່າງໆ​ທີ່​ແທດ​ຈິງ​ເພື່ອ​ມຸ້ງ​ໄປ​ເຖິງ​ການສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະ​ຫວ່າງ 2 ປະ​ເທດ (1973 – 2013). ​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາພາກ​ພື້ນ ​ແລະ ສາກົນ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, 2 ຝ່າຍ​ໄດ້​ແບ່ງປັນ​ທັດສະນະ​ລວມກ່ຽວ​ກັບ​ຄວາມ​ຈຳ​ເປັນ​ຂອງ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ຖື​ວ່າ, ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ຄວນ​ໄດ້​ຮັບ​ການ​ແກ້​ໄຂ​ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິ​ສັນຍາ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ຂອງ​ສະຫະ​ປະຊາ​ຊາດ​ປີ 1982. 2 ຝ່າຍ​ຢືນຢັນ​ສືບ​ຕໍ່​ຮ່ວມ​ມື ​ແລະ ສົມທົບ​ກັນ​ຢ່າ​ງ​ແໜ້ນ​ແຟ້ນຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ, ສະໜັບສະໜູນ​ກັນສະໝັກ​ເຂົ້າ​ເປັນ​ສະມາຊິກ​ຂອງ​ບັນດາ​ອົງການ​ຂອງ​ສະຫະ​ປະຊາ​ຊາດ.

ຂ່າວ/ບົດ​ອື່ນ