ຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບບັນດາຜູ້ທີ່ມີຄຸນງາມ ຄວາມດີ ແຂວງ ກວາງນາມ

ຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບບັນດາຜູ້ທີ່ມີຄຸນງາມ ຄວາມດີ ແຂວງ ກວາງນາມ - ảnh 1
ຮອງນາຍົກລັດຖະມົນຕີ Vu Van Ninh ຕ້ອນຮັບ​ບັນດາ​ຜູ້​ທີ່​ມີ​ຄຸນງາມ ຄວາມ​ດີ ​ແຂວງ ກວາງ​ນາມ
(ພາບ: ສຳນັກຂ່າວສານຫວຽດນາມ)

Vovworld - ຕອນ​ບ່າຍ​ວັນທີ 26/6, ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນຜູ້​ທີ່​ມີ​ຄຸນງາມຄວາມ​ດີ ​ເມື​ອງ ຕຽນ​ເຟືອກ ແຂວງ ກວາງນາມ ຊຶ່ງລວມມີບັນດາ ທະຫານເສຍອົງຄະ, ທະຫານ​ເຈັບ​ປ່ວຍ, ​ແມ່​ຫວຽດນາມ​ວິລະຊົນ, ບັນດາ ຜູ້​ທີ່​ມີ​ຄຸນງາມຄວາມ​ດີ​ໃນ​ການ​ຕໍ່ຕ້ານ ​ຕ້ານ​ຈັກກະພັດ​ອາ​ເມ​ລິ​ກາ​ເພື່ອ​ກູ້​ຊາດ, ​ເນື່ອງ​ໃນ​ໂອກາດ​ຄະນະ​ມາ​ຢ້ຽມຢາມ​ນະຄອນຫຼວງ​ຮ່າ​ໂນ້ຍ ​ແລະ ​ເຂົ້າ​ຢ້ຽມຄຳນັບ​ສຸສານປະທານ​ໂຮ່ຈິ​ມິນ​ນັ້ນ, ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ​ເນັ້ນ​ໜັກ​ວ່າ ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມ​ຍາມ​ໃດ​ກໍ​ຈົດ​ຈຳ ​ແລະ ຮູ້​ບູນຄຸນ​ອັນ​ໃຫຍ່​ຫຼວງ​ຂອງ ຜູ້​ມີ​ຄຸນງາມຄວາມດີຊຶ່ງລວມມີບັນດາ ທະຫານເສຍອົງຄະ, ຄອບຄົວ​ທີ່​ມີ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ​ວິລະຊົນ, ບັນດາຜູ້​ທີ່​ມີ​ຄຸນງາມຄວາມ​ດີ​ໃນ​ທົ່ວ​ປະ​ເທດ​ເວົ້າ​ລວມ ​ແລະ ​ແຂວງ​ກວາງ​ນາມ​​ເວົ້າສະ​ເພາະ, ​ໃນ​ນັ້ນ​ມີ​ເມືອງ ຕຽນ​ເຟືອກ. ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ​ໃຫ້​ຮູ້​ວ່າ ພັກ, ລັດ ​ແລະ ລັດຖະບານ​ຫວຽດນາມຍັງ​ພວມ​ສື​ບຕໍ່​ພະຍາຍາມ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ເວົ້າ​ລວມ ​ແລະ ພິ​ເສດ​ແມ່ນ​ຊີວິດ​ການ​ເປັນ​ຢູ່​ຂອງ ຜູ້​ທີ່​ມີ​ຄຸນງາມຄວາມ​ດີຕໍ່​ປະ​ເທດ​ຊາດ​ເວົ້າ​ສະ​ເພາະ. ທ່ານຮອງນາຍົກລັດຖະ ມົນຕີ Vu Van Ninh ສະ​ແດງ​ຄວາມ​ຫວັງ​ວ່າ ບັນດາ ທະຫານເສຍອົງຄະ, ທະຫານ​ເຈັບ​ປວຍ, ​ ບັນດາຜູ້​ທີ່​ມີ​ຄຸນງາມຄວາມ​ດີ​ໃນ​ເມືອງ ຕຽນ​ເຟືອກ ຈົ່ງ​ສືບ​ຕໍ່​ມານະເສີມ​ຂະຫຍາຍ​ມູນ​ເຊື້ອ​ປະຕິວັດ, ​ເປັນ​ແບບຢ່າງ​ທີ່​ດີ​ເພື່ອ​ໃຫ້​ຄົນ​ລຸ່ນໜຸ່ມປະຕິບັດ​ຕາມ, ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ອຸດົມ​ຮັ່ງມີ ​ແລະ ສວຍ​ງາມ./.

ຂ່າວ/ບົດ​ອື່ນ