ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ

(VOVWORLD) - ວັນທີ 18 ເມສາ, ທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Naz ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງສາທາລະນະລັດປະຊາຊົນ ບັງກະລາເທດ ປະຈຳ ຫວຽດນາມ.
ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕ້ອນຮັບເອກອັກຄະລັດຖະທູດ ບັງກະລາເທດ - ảnh 1ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Samina Naz (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຖືວ່າ: ຫວຽດນາມ ແລະ ບັງກະລາເທດ ສາມາດແບ່ງປັນບົດຮຽນຫລາຍຢ່າງ ກ່ຽວກັບການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມ, ລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ຄວາມສະເໝີພາບລະຫວ່າງຍິງ - ຊາຍ…ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ຕີລາຄາສູງການສົມທົບກັນຂອງທ່ານນາງເອກອັກຄະລັດຖະທູດ Samina Naz ໃນການກະກຽມໃຫ້ແກ້ການຢ້ຽມຢາມທາງລັດຖະກິດຢູ່ ບັງກະລາເທດ ຂອງທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ເມື່ອເດືອນ ມີນາ ປີ 2018 ຜ່ານມາ; ແລະ ສະເໜີທ່ານນາງເອກອັກຄະລັດຖະທູດ ເອົາໃຈໃສ່ຊຸກຍູ້ຜັນຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ກໍ່ຄືບັນດາເອກະສານທີ່ໄດ້ລົງນາມໃນການຢ້ຽມຢາມ.

        ສ່ວນທ່ານນາງເອກອັກຄະລັດຖະທູດ Samina Naz ໃຫ້ຮູ້ວ່າ: ບັງກະລາເທດ ສະແດງຄວາມປາດຖະໜາຢາກພັດທະນາການພົວພັນຮ່ວມມືກັບ ຫວຽດນາມ ໃນທຸກຂົງເຂດຢ່າງແທດຈິງ ແລະ ມີປະສິດທິຜົນ. ທ່ານນາງ Samina Naz ໄດ້ເຫັນດີເປັນເອກະພາບສົມທົບກັນສົ່ງເສີມຈັດຕັ້ງຄະນະກຳມະການປະສົມຄັ້ງທີ 3 ແລະ ທາບທາມຄຳເຫັນດ້ານການເມືອງຄັ້ງທີ 2 ຢູ່ ຮ່າໂນ້ຍ ໃນປີ 2018. ພ້ອມກັນນັ້ນ, ບັງກະລາເທດສືບຕໍ່ຮ່ວມມື ແລະ ສົມທົບກັນຢ່າງແໜ້ນແຟ້ນກັບ ຫວຽດນາມ ຢູ່ບັນດາເວທີປາໄສສາກົນ ແລະ ສະຫະປະຊາຊາດ; ຮັບຮູ້ຢ່າງຕັ້ງໜ້າການສະໜັບສະໜູນ ຫວຽດນາມ ເຂົ້າໃນຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 – 2121.


ຕອບກັບ

ຂ່າວ/ບົດ​ອື່ນ