ຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບທ່ານຫົວໜ້າກິຕິມະສັກກົງສູນໃຫຍ່ ຫວຽດນາມ ປະຈຳ ເກົາຫຼີ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຝຸກ ຕ້ອນຮັບທ່ານຫົວໜ້າກິຕິມະສັກກົງສູນໃຫຍ່ ຫວຽດນາມ ປະຈຳ ເກົາຫຼີ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກຕ້ອນຮັບ
​ທ່ານ Park Soo-kwan, ​ ​ຫົວໜ້າກິ​ຕິ​ມະ​ສັກກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ​ Busan
(ພາບ: chinhphu.vn)


(vovworld) - ຕອນ​ຄໍ່າ​ວັນທີ 25/2, ທີ່​ການ​ຕ້ອນຮັບ​ທ່ານ Park Soo-kwan, ​ ​ຫົວໜ້າກິ​ຕິ​ມະ​ສັກກົງ​ສູນ​ໃຫຍ່ ຫວຽດນາມ ປະຈຳ​ Busan, ​ເກົາຫຼີ, ທີ່ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ​ເນັ້ນໜັກວ່າ​ການ​ຢ້ຽມຢາມ​ຂອງ​ທ່ານ Park Soo-kwan ມີ​ຄວາມໝາຍສຳຄັນ​ໃນ​ສາຍ​ພົວພັນ​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດນາມ - ​ເກົາຫຼີ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ທ່ານ Park Soo-kwan ​ໃນ​ການ​ເຊື່ອມ​ຕໍ່ ​ແລະ ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະ​ຫວ່າງ​ສອງ​ຊາດ, ​ໃນ​ບັນດາ​ຂົງ​ເຂດ​ຄື ​ເສດຖະກິດ, ການ​ລົງທຶນ, ການ​ຄ້າ, ວັດທະນະທຳ, ສັງຄົມ, ສຶກສາ ​ແລະ ບຳລູງສ້າງ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ປາດຖະໜາ​ວ່າໃນ​ໄລຍະ​ຈະ​ມາ​ເຖີງ, ທ່ານ Park Soo-kwan ສືບ​ຕໍ່​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ​ແລະ ມີ​ປະສິດທິ​ຜົນ​ໃຫ້ການ​ພັດທະນາ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ ຫວຽດນາມ - ​ເກົາຫຼີ ​ແລະ ​ໃຫ້ການຊ່ວຍ​ເຫຼືອປະຊາ​ຄົມ​ຊາວ ຫວຽດນາມ ຢູ່ ​ເກົາຫຼີ. ທ່ານ Park Soo-kwan ປາດ​ຖະໜາວ່າ ຫວຽດນາມ ສືບ​ຕໍ່​ສ້າງ​​ເງື່ອນ​ໄຂ​ສະດວກ​ສະບາຍ​​ເພື່ອໃຫ້​ວິ​ສະຫະ​ກິດ ​ເກົາຫຼີ ລົງທຶນ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່ ຫວຽດນາມ. ທ່ານ​ໃຫ້​ຄຳໝັ້ນສັນຍາ​ວ່າ​ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ ​ແລະ ການ​ຮ່ວມ​ມືລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ ຫວຽດນາມ - ​ເກົາຫຼີ.

ຂ່າວ/ບົດ​ອື່ນ