ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດປ້ອງກັນ, ຕ້ານ HIV/AIDS ທົ່ວໂລກ ອາເມລິກາ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດປ້ອງກັນ, ຕ້ານ HIV/AIDS ທົ່ວໂລກ ອາເມລິກາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ແລະ ​ທ່ານ Eric Goosby, ທູດ​​ປ້ອງ​ກັນ, ຕ້ານ HIV/AIDS ທົ່ວ​ໂລກ​ຂອງ ອາ​ເມ​ລິ​ກາ.
(ພາບ: Lam Khanh/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 7/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ທັງ​ເປັນ​ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ປ້ອງ​ກັນ, ຕ້ານ HIV/AIDS, ຢາ​ເສບ​ຕິດ ​ແລະ ​ໂສ​ເພນີ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Eric Goosby, ທູດ​​ປ້ອງ​ກັນ, ຕ້ານ HIV/AIDS ທົ່ວ​ໂລກ​ຂອງ ອາ​ເມ​ລິ​ກາ. ທ່ານ​ຮອງນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໃຫ້​ຮູ້​ວ່າ: ຫວຽດນາມ ​ໄດ້​ອະນຸມັດ​ຜ່ານ​ຍຸດ​ທະ​ສາດ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ປ​້ອງກັນ, ຕ້ານ HIV ຮອດ​ປີ 2020; ປັບປຸງ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ HIV/AIDS  ​ແລະ ສຸ​ມ​ໃສ່​ວຽກ​ງານ​ກຽມ​ເພື່ອ​ປ້ອງ​ກັນປິ່ນປົວ​​ພະຍາດ​ຂອງສະຕະວັດ​ໃຫ້​ແກ່​ບັນດາ​ທ້ອງ​ຖິ່ນ​ຈຸດ​ສຸມ. ​ເພື່ອ​ຮັກສາ​ໝາກຜົນ​ທີ່​ບັນ​ລຸ​ໄດ້​ຢ່າງ​ໝັ້ນຄົງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ ອາ​ເມ​ລິ​ກາ ສືບ​ຕໍ່​ໜູນ​ຊ່ວຍ ຫວຽດນາມ​ໃນ​ການ​ສະໜອງ​ຢຸກຢາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ HIV.​.​.​ ທ່ານທູດ Eric Goosby ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊ່ວຍ​ ຫວຽດນາມ ​​ປ້ອງ​ກັນ, ສະກັດ​ກັ້ນ​ພະຍາດ​​ນີ້, ພ້ອມ​ທັງປາດ​ຖະໜາ​ວ່າ ຫວຽດນາມ ສືບ​ຕໍ່​ມານະ​ພະຍາຍາມ​ສ້າງ​ສຳ​ເລັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້​ອງກັນ, ຕ້ານ HIV/AIDS.

        ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Tsuno Motonori, ຫົວໜ້າ​ຜູ້ຕາງໜ້າ​ອົງການ​ຮ່ວມ​ມື​ສາກົນ ຍີ່​ປູ່​ນ (ຫຼື JICA) ປະຈຳ ຫວຽດນາມ, ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ອາຍຸ​ການ​ປະຕິບັດ​ງານຢູ່ ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເຊື່ອ​ໝັ້ນ​ວ່າ: ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຢ່າງ​ສູງ​ຂອງ​ການ​ນຳ ​ແລະ ປະຊາຊົນ 2 ປະ​ເທດ, ການ​ພົວພັນ ຫວຽດນາມ - ຍີ່​ປູ່​ນ ສືບ​ຕໍ່​ເພີ່ມ​ທະວີ ​ແລະ ພັດທະນາ​ໃນ​ທຸກ​ຂົງ​ເຂດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເໜີ​ໃຫ້ ຍີ່​ປູ່​ນ ສືບ​ຕໍ່​ຮັກສາ ​ແລະ ​ເພີ່ມ​​ແຫຼ່ງທຶນ​ໜູນ​ຊ່ວຍ​ພັດທະນາ ODA ​ໃຫ້​ແກ່ ຫວຽດນາມ ​ໃນ​ລະດັບສູງ, ຮ່ວມ​ມື​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ມີ​ຂອບ​ຂະໜາດ​ໃຫຍ່, ພິ​ເສດ​​ແມ່ນ​ພື້ນຖານ​ໂຄງ​ລ່າງ ​ແລະ ພະລັງງານ.

 

ຂ່າວ/ບົດ​ອື່ນ