ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ້ ເງັ້ະອານ

ຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢ້ຽມຢາມ ແລະ ເຮັດວຽກຢູ້ ເງັ້ະອານ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​​ເຂົ້າ​ຮ່ວມ​
ພິທີ​ຕັດ​ແຖບ​ຜ້າ​​ເປີດ​ສະຫຼອງຂົວ​ຂ້າມ​ເສັ້ນ​ທາງ​ລົດ​ໄຟ​ເໜືອ - ​ໃຕ້
(ພາບ: thethaovanhoa.vn)


(vovworld) – ​ໃນ​ລາຍການ​ເຮັດ​ວຽກຢູ່​ເງັ້ະອານ, ຕອນ​ເຊົ້າ​ວັນ​ທີ 04/09, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ຕັດ​ແຖບ​ຜ້າ​​ເປີດ​ສະຫຼອງຂົວ​ຂ້າມ​ເສັ້ນ​ທາງ​ລົດ​ໄຟ​ເໜືອ - ​ໃຕ້ ກັບ​ທາງ​ຫຼວງ 46 ​ແລະ ຖະ​ຫວາຍ​ດອກ​ໄມ້, ທູບ​ທຽນອາ​ໄລ​ຫາ​ປະທານ​​ໂຮ​່ຈິ​ມິນ ຢູ່​ເຂດ​ປູຊະນີຍະສະຖານ​ກິ​ມລຽນ.

   ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ອວຍພອນ​ແຂວງ​ເງັ້ະອານ ​ແລະ Cienco 4 ​ໄດ້​ກໍ່ສ້າງສຳ​ເລັດ​​ຂົວ​ຂ້າມ​ທາງ​ລົດ​ໄຟ​ເໜືອ - ​ໃຕ້ ທີ່​ມີ​ຄວາມ​ໝາຍ​ອັນ​ໃຫຍ່​ຫຼວງ​ນີ້, ປະກອບສ່ວນ​ເຂົ້າ​ໃນ​ການ​ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​​ໄພ​ທາງ​ຄົມມະນາຄົມ, ​ເພີ່ມ​ທະວີ​ຄວາມ​ປອດ​ໄພ​ໃຫ້​ລົດ​ໄຟ​ແລ່ນ​ໃນ​ສາຍເໜືອ - ​ໃຕ້. ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ແຂວງ ​ເງັ້ະອານ ​ແລະ Cienco 4 ຂຸດ​ຄົ້ນ, ​ເສີມ​ຂະຫຍາຍ​ກິດຈະການ​ຢ່າງ​ມີ​ປະສິດທິ​ຜົນ, ຮັບປະກັນ​ຄວາມ​ປອດ​ໄພ​ທາງ​ຄົມມະນາຄົມ​ເມື່ອ​ນຳ​ກິດຈະກຳເຂົ້າ​ໃຊ້​ການ.

ຂ່າວ/ບົດ​ອື່ນ