ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ຕ້ອນຮັບ ຜູ້ອຳນວຍການອົງການ NASA

ຮອງນາຍົກລັດຖະມົນຕີ ຫງວຽນທ້ຽນເຢີນ ຕ້ອນຮັບ ຜູ້ອຳນວຍການອົງການ NASA - ảnh 1
ທ່ານ Charles Bolden, ຜູ້ອຳນວຍ​ການ​​ອົງການ ​NASA
ເຮັດວຽກຢູ້ສະຖາບັນວິທະຍາສາດເຕັກໂນໂລຊີຫວຽດນາມ

(ພາບ: VAST)

(vovworld) -     ຕອນ​ບ່າຍ​ວັນ​ທີ 11/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​​ເຢີນ ​​ໃຫ້ການ​ຕ້ອນຮັບທ່ານ Charles Bolden, ຜູ້ອຳນວຍ​ການ​​ອົງການ​ການບິນ​ອະວະກາດ ອາ​ເມ​ລິ​ກາ (NASA) ທີ່​ພວມ​ຢູ່​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຢີນ ປາດ​ຖະໜາ​ວ່າ NASA ຈະ​ໜູນ​ຊ່ວຍ​ຫວຽດນາມ ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດໃນ​ຂົງ​ເຂດດາວ​ທຽມ ​ແລະ ວິທະຍາ​ສາດ​ໜ່ວຍ​ໂລກ, ສະໜັບສະໜູນ​ຫວຽດນາມ ​ເຂົ້າ​ຮ່ວມ​ບັນດາ​ອົງການ​ສາກົນ​ທີ່​ກ່ຽວຂ້​ອງ​ເຖິງ​ອະວະກາດ, ​ເຂົ້າ​ຮ່ວມ​ບັນດາ​ສົນທິສັນຍາ​ທີ່​ກ່ຽວຂ້ອງ​ເຖິງ​ການ​ນຳ​ໃຊ້ຍາ​ນ​ອະວະກາດ. ສ່ວນ​ທ່ານ Charles Bolden ຜູ້ອຳນວຍ​ການ​ອົງການ NASA ​ໄດ້​ຖ​ືວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ ສອງ​ຝ່າຍ​ຄວນເພີ່ມ​ທະວີ​ການ​ຮ່ວມ​ມືກ່ຽບກັບ​ເຕັກ​ໂນ​ໂລ​ຊີ​ອະວະກາດ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ. ທ່ານ Charles Bolden ກໍ​ໃຫ້​ຮູ້​ວ່າ NASA ​ໄດ້​ປຶກສາ​ຫາລື​ກັບ​ສະ​ຖາ​ບັນ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ຫວຽດນາມ ກ່ຽວ​ກັບ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ລະຫວ່າງ 2 ອົງການ​​ເພື່ອ​ພັດທະນາໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່; ມີ​ບັນດາ​ການ​ຮ່ວມ​ມື​ຢ່າງ​ລະອຽດ​ຄື; ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ດາວທຽມ ​ເພື່ອ​ສັງ​ເກດ​ຊັບພະຍາກອນ​ທຳ​ມະ​ຊາດ, ສິ່ງ​ແວດ​ລ້ອມ ​ແລະ ​ໄພ​ທຳ​ມະ​ຊາດ.

​ແລະ​ກໍ​ໃນ​ວັນ​ດຽວ​ກັນ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຢີນ ​​​ໄດ້ໃຫ້ການ​ຕ້ອນຮັບ​ທ່ານ ສາດສະດາຈານ Neal Koblitz, ສັງ​ກັດມະຫາ​ວິທະຍາ​ໄລ ວໍ​ຊິງ​ຕັນ, ອາ​ເມ​ລິ​ກາ. ນະ​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​​ເຢີນ ຫວັງ​ວ່າ ທ່ານ ສາດສະດາຈານ Neal Koblitz ຈະ​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ມາ​ຫາ​ວິທະຍາ​​ໄລ​ຂອງ​ອາ​ເມ​ລິ​ກາ ກັບ​ບັນດາ​ມະຫາວິທະຍາ​ໄລ​ຫວຽດນາມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຄະນິດສາດ.

ຂ່າວ/ບົດ​ອື່ນ