ຮອງນາຍົກລັດຖະມົນຕີ ຫວູດຶກດາມ ເຂົ້າຮ່ວມພິທີມອບລາງວັນຄຸນນະພາບແຫ່ງຊາດ
ບັນດາວິສາຫະກິດໄດ້ຮັບລາງວັນໃນຄັ້ງນີ້
|
(vovworld) – ວັນທີ 2/4, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ຈັດຕັ້ງພິທີມອບລາງວັນຄຸນນະພາບແຫ່ງຊາດ ແລະ ລາງວັນຄຸນນະພາບສາກົນ ອາຊີ - ປາຊີຟິກ (GPEA) 2016, ໃຫ້ບັນດາວິສາຫະກິດດີເດັ່ນໃນການຍົກສູງຄຸນນະພາບຜະລິດຕະພັນ, ການບໍລິການ. ກ່າວຄຳເຫັນທີ່ພິທີມອບລາງວັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ, ເນັ້ນໜັກວ່າ, ພື້ນຖານເສດຖະກິດຢາກມີກຳລັງແກ່ງແຍ້ງສູງກ່ວາ, ກໍ່ຄວນຈັດແບ່ງທຸກໆແຫຼ່ງກຳລັງພັດທະນາຂອງປະເທດຊາດຢ່າງມີປະສິດທິຜົນທີ່ສຸດ. ໃນນັ້ນ, ແຕ່ລະວິສາຫະກິດລ້ວນແຕ່ຕ້ອງມຸ່ງໄປເຖິງສະມັດຕະພາບ ແລະ ຄຸນນະພາບ… ທ່ານຮອງນາຍົກລັດຖະມົນຕີ ຫວູດືກດາມ ກ່າວວ່າ:
“ໃນສະພາບຕົວຈິງແລ້ວ, ວິສາຫະກິດຫຼາຍແຫ່ງຂອງ ຫວຽດນາມ ດ້ວຍຄຸນນະພາບໄດ້ພັດທະນາຢຶດຄອງຕະຫຼາດພາຍໃນປະເທດ ແລະ ມຸ່ງໄປສູ່ຕະຫຼາດຕ່າງປະເທດ. ມີໄລຍະ, ບັນດາສິນຄ້າທຳມະດາ ແຕ່ຕະຫຼາດພາຍໃນປະເທດຕ້ອງນຳເຂົ້າສິນຄ້າຕ່າງປະເທດຢ່າງຫຼວງຫຼາຍ. ດ້ວຍຄຸນນະພາບ, ບັນດາວິສາຫະກິດ ຫວຽດນາມ ຢຶດຄອງຕະຫຼາດຄືນໃໝ່, ຟື້ນຟູຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ຜູ້ຊົມໃຊ້ເພື່ອສືບຕໍ່ພັດທະນາ. ຂ້າພະເຈົ້າຫວັງວ່າ, ລາງວັນຄຸນນະພາບແຫ່ງຊາດ ແລະ ລາງວັນຄຸນນະພາບສາກົນ ອາຊີ - ປາຊີຟິກ ຈະດຶງດູດຄວາມສົນໃຈ ບໍ່ພຽງແຕ່ຂອງວິສາຫະກິດເທົ່ານັ້ນ ຫາກຍັງຂອງທົ່ວສັງຄົມອີກດ້ວຍ. ພິເສດແມ່ນກຳລັງໜູນເພື່ອປະຊາຄົມວິສາຫະກິດ ຫວຽດນາມ ພ້ອມກັນປ່ຽນໃໝ່, ມີຫົວຄິດປະດິດສ້າງ ແລະ ຍົກສູງຄຸນນະພາບ, ເພື່ອໃຫ້ປະເທດພັດທະນາໄວ ແລະ ຍືນຍົງກ່ວາ.”