(vovworld) - ທ່ານຮອງນາຍົກລັດຖະມົນຕີອີຣັກ Salih al Mutlak ໄດ້ຫຼຸດຜົ້ນອອກຈາກກົນອຸບາຍລອບສັງຫານເມື່ອທ່ານກຳລັງກ່າວປາໄສທີ່ນະຄອນ Ramadi, ເມືອງເອກແຂວງ Anbar, ຫ່າງຈາກນະຄອນຫຼວງ Baghdad ໄປທາງທິດຕາເວັນຕົກ 110 ກມ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ແກວງກວດແກ້ວ, ດິນຈີ, ຫີນ ແລະ ເກີບໃສ່ທ່ານ Mutlak ກ່ອນທີ່ບຸກໂຈມຕີທ່ານ. ກຳລັງປ້ອງກັນຄວາມສະຫງົບໄດ້ຜັນຂະຫຍາຍເພື່ອຍຸບເລີກການແຫ່ຂະບວນປະທ້ວງ. ຜູ້ປ້ອງກັນຂອງທ່ານ 5 ຄົນຖືກບາດເຈັບໃນຂະນະທີ່ມານະພະຍາຍາມປ້ອງກັນໃຫ້ທ່ານ. ຄົນຊ່ວຍວຽກຜູ້ໜຶ່ງຂອງທ່ານ Mutlak ໃຫ້ຮູ້ວ່າ ທ່ານໄດ້ກັບເມື່ອຮອດນະຄອນຫຼວງ Baghdad ຢ່າງປອດໄພ. ການແຫ່ຂະບວນປະທ້ວງດັ່ງກ່າວໄດ້ດຳເນີນໄປແຕ່ວັນທີ 23/12 ເມື່ອປະຊາຄົມອິດສະລາມນິກາຍ Sunni ນັບພັນຄົນຢູ່ອີຣັກ ໄດ້ລົງຖະໜົນຄັດຄ້ານລັດຖະບານຂອງທ່ານນາຍົກລັດຖະມົນຕີ Nuri ak Maliki ຖືສາສະໜາອິດສະລາມນິກາຍ Shite. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ປິດລ້ອມສາຍທາງຕົ້ນຕໍ່ທີ່ເຊື່ອມຕໍ່ອີຣັກ ກັບ ຊີຣີ ແລະ ຈໍແດນ. ສ່ວນເສັ້ນທາງຫຼວງໄປຜ່ານນະຄອນ Falluja, ຫ່າງຈາກນະຄອນຫຼວງ Baghdad ໄປທາງທິດຕາເວັນຕົກ 50 ກມ ກໍຖືກປິກລ້ອມເກືອບ 1 ອາທິດຜ່ານມາ.