ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບອະທິການບໍດີໂຄງຮຽນນະໂຍບາຍລັດ ແລະ ສິ່ງແວດລ້ອມ

ຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບອະທິການບໍດີໂຄງຮຽນນະໂຍບາຍລັດ ແລະ ສິ່ງແວດລ້ອມ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​
ໃຫ້ການ​ຕ້ອນຮັບ​ສາດສະດາຈານ John D. Graham
(ພາບອິນເຕີແນັດ)

(vovworld) – ​​ ຕອນ​ບ່າຍ​ວັນ​ທີ 16/02, ທີ່​ສຳນັ​ກງານ​ລັດຖະບານ, ທ່ານ​ຮອງ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ​ເວື​ອງດີງ​ເຫວ້ ​ໃຫ້ການ​ຕ້ອນຮັບ​ສາດສະດາຈານ John D. Graham ຜູ້ອຳນວຍການໂຮງຮຽນ​ນະ​ໂຍບາຍ​ສາທາລະນະ ​ແລະ ສິ່ງ​ແວດ​ລ້ອມ, ມະຫາວິທະຍາ​ໄລ Indiana (ອາ​ເມລິ​ກາ) ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ນະ​ທີ່​ນີ້ ທ່ານ​ຮອງ​ນາຍົກລັດຖະມົນຕີ ​ເວື​ອງດີງ​ເຫວ້ ຢືນຢັນ​ວ່າ: ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ ຫວຽດນາມ - ອາ​ເມ​ລິ​ກາ ພວມ​ພັດທະນາ​ຢ່າງ​ຕັ້ງໜ້າ, ​ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ. ທ່ານ ​ເວື​ອງດີງ​ເຫວ້ ປາດ​ຖະໜາ​ຢາກ​ໃຫ້ສາດສະດາຈານ ໜູນ​ຊ່ວຍ​ຊຸກຍູ້​ການ​ພົວພັນ 2 ປະ​ເທດ​ກໍ່​ຄື​ການ​ພົວພັນ​ລະຫວ່າງ ລັດຖະບານ ຫວຽດນາມ ກັບ​ລັດຖະບານ​ໃໝ່​ຂອງ ອາ​ເມ​ລິ​ກາ. ທ່ານ​ຮອງ​ນາຍົກລັດຖະມົນຕີ​ເວື​ອງດີງ​ເຫວ້ ສະ​ເໜີ​ທ່ານສາດ​ສະ​ດາ​ຈານ John D. Graham ​ແລະ ໂຮງຮຽນ​ນະ​ໂຍບາຍສາທາລະນະ ​ແລະ ສິ່ງ​ແວດ​ລ້ອມ ສືບຕໍ່​ຮ່ວມ​ມື, ໜູນ​ຊ່ວຍ​ບັນດາ​ອົງການ​ສຳນັກງານ​ຂອງ​ລັດຖະບານ ຫວຽດນາມ ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ ​ແມ່ນ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານກ່ຽວ​ກັບ​ລະບົບ​ການ​ເມືອງ ອາ​ເມ​ລິ​ກາ, ບົດຮຽນນິຕິບັນຍັດ, ສ້າງ ​ແລະ ປະ​ຕິບັດ​ນະ​ໂຍບາຍ​ສາທາລະນະ; ​ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່ກັບ​ບັນດາ​ສາດສະດາຈານ, ນັກຮຽນ​ຮູ້ທີ່​ມີ​ອິດ​ທິພົນ​ຊື່​ສຽງ​ຂອງ ອາ​ເມ​ລິ​ກາ ​ມາ​ເຮັດ​ວຽກ, ​ໃຫ້​ຄຳປຶກສາ​ນະ​ໂຍບາຍ​​ແທດ​ເໝາະ​ກັບ​ເງື່ອນ​ໄຂ ​ແລະ ຈຸດ​ສຸມ​ພັດທະນາ​ຂອງ ຫວຽດນາ​ມ…

        ສ່ວນ​ທ່ານສາດ​ສະ​ດາ​ຈານ John D. Graham ​ໄດ້ຕີ​ລາຄາ​ສູງ​ບັນດາ​ຜົນງານ​ຊຶ່ງ ຫວຽດນາມ ບັນລ​ຸ​ໄດ້​ໃນ​ວິວັດທະນາ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ໃນ​ໄລຍະ​ຜ່ານ​ມາ; ພ້ອມ​ທັງ ​ແບ່ງປັນ​ບັນດາ​ບົດຮຽນ​ທີ່​ກ່ຽວຂ້ອງ​ເຖິງ​ນະ​ໂຍບາ​ຍສາທາລະນະ, ​ແລກປ່ຽນ​ບັນດາ​ບັນຫາ​ກ່ຽວ​ກັບ​ການ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ພາຍຫລັງ​ທ່ານ​ປະທານາທິບໍດີ Donald Trump ຂຶ້ນ​ກຳ​ອຳນາດ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ