ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະສອງຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີການພົບປະສອງຝ່າຍກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ອຽກລັງ...
ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມ ພົບປະສອງຝ່າຍຢູ່ນອກກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 73 - ảnh 1 ການພົບປະກັບຝ່າຍ ອຽກລັງ

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ນອກວາລະປຶກສາຫາລືຂັ້ນສູງຊຸດທີ 73 ຂອງສະມັດຊາໃຫຍ່ ສປຊ, ວັນທີ 27 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ມີການພົບປະສອງຝ່າຍກັບທ່ານຮອງນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ອຽກລັງ; ທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດຄື: ມານຕ້າ, ມາຣົກ, ອານບານີ, ແອນຊານວາດໍ ແລະ ລັດຖະມົນຕີກະຊວງການທ່ອງທ່ຽວ ແລະ ພາສາຝລັ່ງ ການາດາ.

        ທ່ານຮອງນາຍົກລັດຖະມົນຕີ ຟ້າມບີ່ງມິງ ໄດ້ແລກປ່ຽນກັບບັນດາຄູ່ຮ່ວມມືກ່ຽວກັບມາດຕະການເພື່ອແນໃສ່ເຮັດໃຫ້ການພົວພັນຮ່ວມມືເສດຖະກິດ - ການຄ້າເລິກເຊິ່ງກ່ວາອີກ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ສະເໜີບັນດາປະເທດ EU ລົງນາມ, ໃຫ້ສັດຕະຍາບັນສັນຍາ EVFTA, ສະໜັບສະໜູນ ຫວຽດນາມ ເປັນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ບັນດາປະເທດຢັ້ງຢືນຖືເປັນສຳຄັນການຊຸກຍູ້ການພົວພັນສອງຝ່າຍ, ກຽມພ້ອມສະໜັບສະໜູນ ຫວຽດນາມ ເຂົ້າໃນສະພາຄວາມໝັ້ນຄົງ ສປຊ. ເນື່ອງໃນໂອກາດນີ້, ບັນດາລັດຖະມົນຕີກໍ່ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການຈາກໄປຂອງທ່ານປະທານປະເທດ ເຈິ່ນດ້າຍກວາງ ເຖິງປະຊາຊົນ ຫວຽດນາມ ແລະ ຄອບຄົວຂອງເພິ່ນ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ