ຮອງນາຍົກລັດຖະມົນຕີວູດຶກດາມຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສປຊກ່ຽວກັບການໃຊ້ຄວາມຮຸນແຮງສຳລັບເດັກ

ຮອງນາຍົກລັດຖະມົນຕີວູດຶກດາມຕ້ອນຮັບຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ສປຊກ່ຽວກັບການໃຊ້ຄວາມຮຸນແຮງສຳລັບເດັກ - ảnh 1
​ທ່ານ​ນາງ Marta Santos Pais, ຮອງ​ເລ​ຂາ​ສະ​ຫະ​ປະ​ຊ​າ​ຊາດ
(ພາບ​ປະ​ກອບ: TTXVN)

(vovworld) - ວັນ​ທີ 20/06, ຢູ່​ຮ່າ​ໂນ້ຍ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ວູ​ດຶກ​ດາມ ໄ​ດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Marta Santos Pais, ຮອງ​ເລ​ຂາ​ສະ​ຫະ​ປະ​ຊ​າ​ຊາດ, ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ເລ​ຂາ​ທິ​ການ​ໃຫຍ່​​ສະ​ຫະ​ປ​ະ​ຊາຊ​າດກ່ຽວ​ກັບ​ການ​ໃ​ຊ້​ຄວາມ​ຮຸ​ນ​ແຮງ​ສຳ​ລັບ​ເດັກ, ເນື່ອງ​ໃນ​ໂອ​ກາດ​ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ເດັກ​ນ້ອຍ​ອາ​ຊຽນ 2016. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ ໄ​ດ້​ຂອບ​ໃຈ​ສະ​ຫະ​ປະ​ຊາ​ຊາດ​ທີ່​ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ ໃນ​ການ​ເບິ່ງ​ແຍງ​ດູ​ແລ ແລະ ປົກ​ປ້ອງ​ເດັກ​ນ້ອຍ. ພາຍ​ໃ​ຕ້​ການ​ໜູນ​ຊ່ວຍ​ຂອງ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ, ຫວຽດ​ນາມ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ, ໃນ​ນັ້ນ​ມີ​ຄ​າດ​ໝາຍ​ປົກ​ປ້ອງ, ເບິ່ງ​ແຍງ​ດູ​ແລ​ເດັກ.

        ນອກ​ນັ້ນ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ວູ​ດຶກ​ດາມ ແລະ ທ່ານ​ນາງ Marta Santos Pais ຍັງ​ປຶກ​ສາ​ຫາ​ລື​ຫຼາຍ​ບັນ​ຫາ​ຄື: ວຽກ​ງານ​ສັງ​ຄົມ​ສຳ​ລັບ​ເດັກ​; ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳ​ລັບ​ເດັກ​, ເດັກ​ພິ​ການ; ບັນ​ຫາ​ຢາ​ເສບ​ຕິດ ແລະ ຜົນ​​ສະ​ທ້ອນ​ສຳ​ລັບ​ເດັກ.

ຂ່າວ/ບົດ​ອື່ນ