ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຢ້ຽມ ຂໍ່ານັບການນຳພັກ, ລັດ, ສະພາແຫ່ງຊາດ ລາວ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ ເຂົ້າຢ້ຽມ ຂໍ່ານັບການນຳພັກ, ລັດ, ສະພາແຫ່ງຊາດ ລາວ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫງວຽນຊວນ​ຟຸກ ​
ເຂົ້າ​ຢ້ຽມ​ຂໍ່ານັບການ​ນຳ​ພັກ, ລັດ, ສະພາ​ແຫ່ງ​ຊາດ ລາວ
(ພາບ: kpl.net.la)


(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ຕອນ​ເຊົ້າ​ວັນ​ທີ 10/12, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ປະ​ທານ​ຄະນະ​ກຳມາ​ທິ​ການ​ຮ່ວມ​ມື ຫວຽດ​ນາມ - ລາວ ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ​ທ່ານ​ເລ​ຂາ​ທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈູມ​ມາລີ ​ໄຊ​ຍະ​ສອນ ​ແລະ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ປານີ ຢາ​ທໍ່​ຕູ້. ທີ່​ການ​ພົບ​ປະ​ກັບ​ບັນດາ​ການ​ນຳ​ລາວ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ຢືນຢັນ​ວ່າ, ຍາມ​ໃດ ພັກ, ລັດ, ສະພາ​ແຫ່ງ​ຊາດ, ລັດຖະບານ ​ແລະ ປະຊາຊົນ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ ​ແລະ ສະຫງວນ​ບຸລິມະສິດ​ສຸງສຸດ​ໃນ​ການ​ປັບ​ປຸງ​ ​ແລະ ພັດທະນາ​ສາຍ​ພົວພັນ​ແບບ​ພິ​ເສດ, ສັດ​ຊື່​ບໍລິ​ສຸດ​ລະຫວ່າງ​ຫວຽດນາມ ​ແລະ ລາວ. 2 ຝ່າຍ​ກໍ່​ແລກປ່ຽນ​ບາງ​ໂຄງການ, ຂົງ​ເຂດ​ຮ່ວມ​ມື, ປະກອບສ່ວນ​ຍົກ​ສູງ​ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື 2 ຝ່າຍ​ຫວຽດນາມ - ລາວ​ຢ່າງ​ບໍ່​ຢຸດ​ຢັ້ງ. ບົນ​ພື້ນຖານ​ນັ້ນ, 2 ຝ່າຍ​ເຫັນ​ດີ​ສະ​ເໜີ​ບັນ​ດາ​ມາດ​ຕະການ​ຮ່ວມ​ມື​ໃຫຍ່​ລະຫວ່າງ 2 ປະ​ເທດ ​ໃນ​ໄລຍະ​ຈະ​ມາ​ເຖິງ; ສືບ​ຕໍ່​ຮັກສາ​ການ​​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ, ​ເພີ່ມ​ທະວີ​ວຽກ​ງານ​ແລກປ່ຽນ​ທິດ​ສະ​ດີ ​ແລະ ສະຫຼຸບ​ພຶດຕິ​ກຳ​ຕົວ​ຈິງ​ລະຫວ່າງ 2 ພັກ, ​ເຫັນ​ດີ​ຊຸກຍູ້​ການ​ຜັນ​ຂະຫຍາຍ​ບັນດາ​ໂຄງການ​​ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ດ້ານ​ຄົມມະນາຄົມ ​ແລະ ພະລັງງານ​ລະຫວ່າງ 2 ປະ​ເທດ… ການ​ນຳ​ຫວຽດນາມ ​ແລະ ລາວ ​ເຫັນ​ດີນຳ​ກັນ​ສືບ​ຕໍ່​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ສະພາ​ແຫ່ງ​ຊາດ, ນັບ​ທັງ​ຂອບ​ເຂດ 2 ຝ່າຍ ​ກໍ່​ຄື​ບັນດາ​ເວທີ​ປາ​ໄສ​ລັດຖະສະພາ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ແລະ​ກໍ່​ໃນ​ວັນ​ທີ 10/12, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ຢ້ຽມຢາມ​ທ່ານ ສີ​ສະຫວາດ ແກ້ວ​ບຸນ​ພັນ, ອະດີດ​ນາຍົກລັດຖະມົນຕີ, ປະທານ​ແນວ​ລາວ​ສ້າງ​ຊາດ ​ແລະ ຢ້ຽມຢາມ​ອະດີດ​ປະທານ​ສະພາ​ແຫ່​ງຊາດ​ລາວ ສະຫມານ ວິຍາເກດ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ກໍ່​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ສະມາຄົມ​ບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່​ລາວ…

ຂ່າວ/ບົດ​ອື່ນ