ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກພົບປະເຈລະຈາກັບຮອງນາຍົກລັດຖະມົນຕີຈີນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸ໋ກພົບປະເຈລະຈາກັບຮອງນາຍົກລັດຖະມົນຕີຈີນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​ພົບ​
ກັບ​ຮອງ​ນາຍົກລັດຖະມົນຕີ ຈີນ ຄາງ​ກາວ​ລີ່
(ພາບ: VGP/leson)


(vovworld) – ​​ໃນ​ການ​ຢ້ຽ​ມຢາມ ຈີນ ຢ່າງ​ເປັນ​ທາງ​ການ ​ແລະ ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ຈີ​ນ - ອາ​ຊຽນ ​ແລະ ກອງ​ປະຊຸມ​ສຸດ​ຍອດການ​ຄ້າ ​ແລະ ການ​ລົງທຶນ ຈີນ - ອາ​ຊຽນ ຄັ້ງ​ທີ 12 ຢູ່ ກວາງຊີ ປະ​ເທດ ຈີນ, ຕອນ​ບ່າຍ​ວັນ​ທີ 15/9 ຢູ່ ປັກ​ກິ່ງ ປະ​ເທດ ຈີນ​, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ​ໄດ້ພົບ​ປະ​ເຈລະຈາ​ກັບ​ຮອງ​ນາຍົກລັດຖະມົນຕີ ຈີນ ຄາງ​ກາວ​ລີ່. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ຮັກສາ​ບັນດາ​ການ​ຢ້ຽມຢາມ, ພົບ​ປະ​ຂັ້ນ​ສູງ, ​ເພີ່​ມທະວີ​ການ​ພົບ​ປະ​ແລກປ່ຽນ​ປະຊາຊົນ, ຍູ້​ແຮງ​ການ​ຮ່ວມ​ມື​ລະຫວ່າງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຂອງ 2 ປະ​ເທດ; ຊຸກຍູ້​ບັນດາ​ຂົງ​ເຂດ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ, ການ​ລົງທຶນ, ການ​ເງິນ​ເງິນຕາ, ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ. 2 ຝ່າ​ຍ​ເຫັນ​ດີ​ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ຊຸ​ກຍູ້​ການ​ຮ່ວມ​ມື ​ແລະ ພັດທະນາ​ເສດຖະກິດ​​ເຂດ​ຊາຍ​ແດນ​ລະ​ຫວ່າງ 2 ປະ​ເທດ; ສຳ​ເລັດ​ບັນດາ​ລະບຽບ​ການ​​ອະນຸມັດ​ພາຍ​ໃນ ​ເພື່ອ​ເຊັນ​ສັນຍາ​ການ​ເດີນ​ເຮືອ​ຢູ່​ເຂດ​ໄປມາ​ຢ່າງ​ເສລີຢູ່​ປາກ​ແມ່​ນ້ຳ ​​ໃຝຫລ໋ວນ​ ໂດຍ​ໄວ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸ໋ກ ຢືນຢັນ​ວ່າ: ຫວຽດນາມ ຍາມ​ໃດ​ກໍ​ຖື​ເປັນ​ສຳຄັນ​ການ​ພັດທະນາການ​ພົວພັນ​ມິດຕະພາບ​ກັບ ຈີນ ​ແລະ ປາດ​ຖະໜາຢາກ​ພ້ອມ​ກັບ ຈີນ ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ພັດທະນາ​ແທດ​ຈິງ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ປະຊາຊົນ 2 ປະ​ເທດ​ຢ່າງ​ແທ້​ຈິງ. ກ່ຽວ​ກັບ​ບັນ​ຫາ​ບົນ​ທະ​ເລ, 2 ຝ່າຍ​ເຫັນ​ດີ​ພ້ອມ​ກັນ​ຄວບ​ຄຸມ​ຄວາມ​ບໍ່​ລົງ​ລອຍdao​ບົນ​ທະ​ເລ, ບໍ່​ມີ​ການ​ກະທຳ​ເຮັດ​ໃຫ້​​ເກີດ​ຄວາມສັບສົນ, ​ເປີກ​ກ້ວາງ​ການ​ຂັດ​ແຍ້​ງ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ປະກອບສ່ວນ​ຮັກສາ​ສັນຕິພາບ, ສະຖຽນລະ​ພາບ ​ແລະ ພັດທະນາ​ຂອງ​ພາກ​ພື້ນ; ​ສອດ​ຄ່ອງ​ກັບ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ທະ​ເລ​ປີ 1982.

        ພາຍຫລັງ​ການ​ພົບ​ປະ​ເຈລະຈາ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ ​ແລະ ທ່ານ​ຮອງ​ນາຍົກລັດຖະມົນຕີ ຄາງ​ກາວ​ລີ່ ​ເປັນ​ສັກຂີ​ພິຍານພິທີ​ເຊັນ​ເອກະສານ​ການ​ຮ່ວມ​ມືບາງ​ສະບັບ ລວມມີ: “ສັນ​ຍາ​ການ​ຮ່ວມ​ມື​ເສດຖະກິດ, ​ເຕັກນິກ​ກ່ຽວ​ກັບ​ການ​ສະໜອງ​​ບ້ວງເງິນ​ຊ່ວຍ​ເຫຼືອລ້າລະຫວ່າງ​ລັດຖະບານ ຫວຽດນາມ ​ແລະ ລັດຖະບານ ຈີນ” ​ແລະ “ບົດ​ບັນທຶກ​ວາລະ​ດຳ​ເນີນ​ກອງປະຊຸມ​ຄັ້ງ​ທີ 1 ກຸ່ມ​ປະຕິບັດ​ງານ​ຮ່ວມ​ມື​ກ່ຽວ​ກັບ​ເງິນຕາ​ລະຫວ່າງ​ທະນາຄານ​ແຫ່ງ​ລັດ ຫວຽດນາມ ​ແລະ ທະນາຄານ​ປະຊາຊົນ ຈີນ”.


ຂ່າວ/ບົດ​ອື່ນ