ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ2016ຂອງຫ້ອງວ່າການລັດຖະບານ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ປີ2016ຂອງຫ້ອງວ່າການລັດຖະບານ - ảnh 1
ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2015, ຜັນ​ຂ​ະ​ຫຍາຍ​ໜ້າ​ທີ່ວຽກ​ງານ
​ປີ 2016

Vovworld - ຕອນ​ເຊົ້າ​ວັນ​ທີ 15/1, ຢູ່​ຮ່າ​ໂນ້ຍ, ຫ​້ອງວ່າ​ການ​ລັດ​ຖະ​ບານ​ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະ​ຫລຸບ​ວຽກ​ງານ​ປີ 2015, ຜັນ​ຂ​ະ​ຫຍາຍ​ໜ້າ​ທີ່ວຽກ​ງານ​ປີ 2016. ກ່າວ​ຄຳ​ເຫັ​ນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕີ​ລາ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ພົ້ນ​ເດັ່ນ​ຂອງ​ຫ້ອງວ່​າ​ການ​ລັດ​ຖະ​ບານ​ບັນ​ລຸ​ໄດ້​ໃນ​ປີ​ຜ່ານ​ມາ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ: ປີ 2016 ແມ່ນ​ປີ​ທຳ​ອິດ​ປະ​ຕິ​ບັດ​ມະ​ຕິ​ຂອງກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອ​ມ​ມູ​ນິດ ຫວຽດ​ນາມ, ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ 5 ປີ​ໄລ​ຍະ 2016 – 2020. ນີ້​ແມ່ນ​ປີີ ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂວາງ​ເຂົ້າ​ກັບ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກ, ​ທັງແມ່ນ​ປີ​ທີ່ລັດ​ຖະ​ບານ​ມີ​ກົງ​ຈັກ​ບໍ​ລິ​ຫານ​ໃໝ່, ດັ່ງນັ້ນ​ຫ້ອງວ່າ​ການ​ລັດ​ຖະ​ບານ​ຕ້ອ​ງ​ສືບ​ຕໍ່​ປ່ຽນ​ໃໝ່, ປະ​ຕິ​ບັດ​ສຳ​ເລັດ​ແຜນ​ການ​ວຽກ​ງານ​ຕາມ​ຈິດ​ໃຈ​ຂອງ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 12, ບັນ​ດາ​ມະ​ຕິ​ຂອງ​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຊີ້​ແຈ້ງວ່າ:

        “ຍົກ​ສູງ​ຄຸນ​ນະ​ພາບ​ການ​ເປັ​ນ​ເສ​ນາ​ທິ​ການ​ສັງ​ລວມ​ຂອງ​ລັດ​ຖະ​ບານ​ໃຫ້​ດີ​ກ່​ວາ​ອີກ. ນີ້​ແມ່ນ​ວຽກ​ງານ​ເປັ​ນ​ປະ​ຈຳ, ເຮັດ​ແນວ​ໃດ​ຕ້ອງ​ຮັບ​ປະ​ກັນ​ລັກ​ສະ​ນະ​ຊັດ​ເຈນ, ທັນ​ການ​ຕ້ອງ​ສູງ​ກ່ວາ, ຖືກ​ຕາມ​ກົດ​ໝາຍ. ສິ່ງ​ພິ​ເສດ​ແມ່ນ​ຕ້ານ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດ​​ເປັນກຸ່ມ, ຂ້າ​ພະ​ເຈົ້າ​ຢາກ​ເນັ້ນ​ໜັກ​ວ່າ​ພະ​ນັກ​ງານ​ຫ້ອງວ່າ​ການ​ລັດ​ຖະ​ບານ​ຕ້ອງ​ມີ​ກຳ​ລັງ​ຄວາມ​ສາ​ມາດ​ສູງ, ແມ່ນ​ບັນ​ດາ​ນັກ​ຊ່ຽວ​ຊານ​ເກັ່ງ​ໃນ​ວຽກ​ງານ, ຍາມ​ໃດ​ກໍ​ຖື​ຜົນ​ປະ​ໂຫຍດ​ຂອງ​ຊາດ​​ເໜືອ​ກ່​ວາ​ສິ່ງ​ໃດ​ໝົດ​ເພື່ອ​ປະ​ຕິ​ບັດ​ວຽກ​ງານ​ເປັນ​ເສ​ນາ​ທິກ​ານ​ໃຫ້​ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ.”

 


ຂ່າວ/ບົດ​ອື່ນ